ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ, ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ປະຈໍາປີ 2022 ທີ່ທ່າວັດຈັນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງຂ່າວໃຫ້ຮູ້ວ່າ: ງານບຸນປີນີ້ ຈະຈັດຂຶ້ນໃນລະຫວ່າງວັນທີ 8-11 ຕຸລາ 2022 ໂດຍຈະຈັດໃຫ້ຍິ່ງໃຫຍ່ ໄດ້ເນື້ອໃນ ສົມກັບການລໍຄອຍຂອງປວງຊົນລາວ ໂດຍສະເພາະຊາວນະຄອນຫລວງວຽງຈັນ ແລະ ບັນດາສີພາຍ ຈະໄດ້ປະລອງກຳລັງ ແລະ ຮ່ວມກັນຮັກສາ ສືບທອດ ສົ່ງເສີມ ວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດລາວ ໃຫ້ຢູ່ຄູ່ກັບຄົນລາວ ແລະ ສັງຄົມລາວຕະຫລອດໄປ.
ພິເສດສະເພາະການແຂ່ງຂັນຊ່ວງເຮືອປະເພນີປີນີ້ ຈະມີເຮືອຊ່ວງຈາກຕ່າງແຂວງເຂົ້າມາຮ່ວມສ້າງສີສັນ ແລະ ຊິງເຈົ້າທ່າ ເປັນຕົ້ນແຂວງວຽງຈັນ, ໄຊຍະບູລີ ແລະ ແຂວງຫລວງພະບາງ, ຄາດວ່າຈະເຮືອຊ່ວງເຂົ້າຮ່ວມບໍ່ຕໍ່າກວ່າ 20 ລຳ, ໃນນີ້ແບ່ງເປັນ 3 ປະເພດຄື: ເຮືອ 12 ສີພາຍ ແລະ ເຮືອປະເພນີຍິງ-ຊາຍ 55 ສິພາຍ.
ປະທານຄະນະກໍາມະການຈັດງານຍັງໃຫ້ຮູ້ຕື່ມອີກວ່າ: ອີກສິ່ງໜຶ່ງທີ່ພິເສດໃນງານບຸນປີນີ້ ແມ່ນຈະມີບັນດາທຸລະກິດ, ບໍລິສັດຫ້າງຮ້ານຕ່າງໆ ທີ່ເປັນຕົວຂັບເຄື່ອນສຳຄັນໃນການຊຸກດັນ ພັດທະນາເສດຖະກິດຂອງລາວ ມາວາງສະແດງ, ຈໍາໜ່າຍສິນຄ້າ ແລະ ໂຄສະນາ ປະຊາສຳພັນ ໃຫ້ສັງຄົມໄດ້ຮັບຮູ້ ພ້ອມກັນນີ້ ກໍຈະມີການຂາຍສິນຄ້າຜະລິດຕະພັນຕ່າງໆ ໂດຍສະເພາະສິນຄ້າພາຍໃນທີ່ເປັນຂອງທ້ອງຖິ່ນ, ບ້ານ, ເມືອງ, ຂອງຄົວຄອບຕົວແບບ, ສິນຄ້າໂອດອບ ເພື່ອເປັນສົ່ງເສີມຫົວໜ່ວຍທຸລະກິດຕ່າງໆ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ, ຄາດວ່າຈະມີຫົວໜ່ວຍທຸລະກິດ, ຫ້າງຮ້ານ ມາວາງສະແດງ ຂາຍສິນຄ້າ, ອາຫານການກິນ ແລະ ຂາຍເຂົ້າຫຼາມປີ້ງໄກ່ຫລາຍກວ່າ 600 ຫົວໜ່ວຍທຸລະກິດ ໂດຍພື້ນທີ່ກໍານົດໃຫ້ວາງສະແດງ ແລະ ຂາຍສິນຄ້າ ແມ່ນພາຍໃນຂອບເຂດສວນເຈົ້າອານຸວົງ ແລະ ເສັ້ນທາງເຈົ້າຟ້າງຸ່ມທັງ 2 ຟາກ ນັບແຕ່ໂຮງແຮມລ້ານຊ້າງຂຶ້ນມາຫາສາມແຍກປາກປາສັກ ແລະ ເສັ້ນທາງດ້ານໜ້າ ແລະ ດ້ານຫຼັງໂຮງຮຽນປາກປ່າສັກ. ໂດຍໄດ້ຈົ່ງທາງເຂົ້າ-ອອກ ໃຫ້ມວນຊົນ ແລະ ລົດການນຳເຂົ້າມາໄດ້ຢ່າງສະດວກ ເຊິ່ງຄະນະຮັບຜິດຊອບຈັດງານແມ່ນໄດ້ຈັດສັນໃຫ້ເປັນລະບຽບກວ່າຄັ້ງຜ່ານໆມາ, ເພື່ອໃຫ້ມີພື້ນທີ່ສະດວກຂຶ້ນໃນການຍ່າງເລາະທ່ຽວຊົມ ແລະ ຊື້ສິນຄ້າຕ່າງໆ.
ງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີຄັ້ງນີ້ ຍັງຈະຊ່ວຍສົ່ງເສີມການທ່ອງທ່ຽວລາວ ເພື່ອກະຕຸ້ນເສດຖະກິດພາຍໃນໃຫ້ດີຂຶ້ນໄປເທື່ອລະກ້າວ, ສ່ວນເລື່ອງບັນຫາລາຄາການຝາກລົດທີ່ພົບເຫັນໃນໄລຍະຜ່ານມາ ເຈົ້າໜ້າທີ່ຈະເຂັ້ມງວດກວ່າເກົ່າໃນການກວດກາ ແລະ ປັບໄໝຜູ້ໃຫ້ບໍລິການ ທີ່ເອົາລັດເອົາປຽບປະຊາຊົນຜູ້ໃຊ້ບໍລິການ.
ສຳລັບສະຖານທີ່ຈອດລົດ ແມ່ນເສັ້ນທາງ 4 ແຍກທະນາຄານພັດທະນາລາວ ລົງມາສີ່ແຍກໄຟແດງສີຫອມ,ສາມແຍກໄຟແດງວັດອິນແປງ ເສັ້ນທາງເສດຖາທິລາດ ໄປຫາສີ່ແຍກໄຟແດງ ວັດສີສະເກດ ເປັນບ່ອນຈອດລົດຈັກ ແລະ ລົດໃຫຍ່ບາງຈຸດ ໂດຍກຳນົດເວລາເຂົ້າ-ອອກຂອງລົດຊາວຄ້າຂາຍຢູ່ງານບຸນແມ່ນອະນຸຍາດໃຫ້ເຂົ້າໄດ້ແຕ່ເວລາ 4:00-6:00 ໂມງເຊົ້າ ແລະ ຕອນກາງຄືນແມ່ນອະນຸຍາດໃຫ້ເຂົ້າໄດ້ເວລາ 24:00 ໂມງເປັນຕົ້ນໄປ. ສ່ວນເວລາປິດເສັ້ນທາງການສັນຈອນຊົ່ວຄາວ ຢູ່ໃນຂອບເຂດການຈັດງານບຸນແມ່ນ ເລີ່ມແຕ່ເວລາ 6:00 ໂມງເຊົ້າ ຫາ 24:00 ໂມງກາງຄືນ.
ສ່ວນບັນດາຂໍ້ຫ້າມຕ່າງໆໃນການເຂົ້າຮ່ວມງານບຸນແມ່ນເໝືອນກັບງານຄັ້ງຜ່ານໆມາ: ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບທີ່ຜິດຕໍ່ກົດໝາຍຂອງ ສປປ ລາວ ລວມທັງການຂາຍ ຫຼື ນໍາເອົາອາວຸດທຸກປະເພດ, ໂຄມໄຟລອຍ, ຢາເສບຕິດ, ທາດເບື່ອ, ສານເຄມີທີ່ອອກລິດທາງປະສາດທຸກຊະນິດ, ຜະລິດຕະພັນທີ່ລອກແບບສິ້ນລາວຫຼື ເຄື່ອງນຸ່ງລາວ, ຫ້າມຂາຍ ແລະ ນຳເອົາຜະລິດຕະພັນວັດທະນະທໍາລາມົກຕ່າງໆ, ຫ້າມຫຼີ້ນການພະນັນທຸກປະເພດ ແລະ ອາລະວາດຕີກັນ, ຫ້າມດື່ມສິ່ງມຶນເມົາເກີນຂອບເຂດ ແລະ ອື່ນໆ ຖ້າຜູ້ໃດລະເມີດຈະຖືກເຈົ້າໜ້າທີ່ກ່າວເຕືອນ ແລະ ປັບໄໝຕາມລະບຽບກົດໝາຍ.