ບາຣເຊໂລນ້າ ສະໂມສອນບານເຕະຊື່ດັງໃນສັງວຽນ ລາລີກ້າ ແອັສປາຍ ເປີດເຜີຍຜົນກຳໄລໃນປີຜ່ານມາ ລວມ 86 ລ້ານປອນ ແລະ ປີໜ້າ ຄາດວ່າ: ອາດມີກຳໄລຫລັກ 240 ລ້ານປອນ, ຖືວ່າເປັນຂ່າວທີ່ດີສຳລັບແຟນບານຂອງ ບາຣຊ້າ ພາຍໃຕ້ການບໍລິຫານທີມຂອງ ຮວນ ລາປໍຕ້າ ປະທານສະໂມສອນ ທີ່ກັບມາຊ່ວຍທີມອີກຄັ້ງ ເພື່ອກູ້ວິກິດການດ້ານການເງິນຂອງທີມ ທີ່ພົບບັນຫາໄລຍະການບໍລິຫານຂອງປະທານຜູ້ເກົ່າ ໂຈເຊ່ ມາເຣຍ ບາຣໂຕເມວ.
ຮວນ ລາປໍຕ້າ ເຂົ້າມາບໍລິຫານ ບາຣຊ້າ ອີກຄັ້ງໃນຕົ້ນປີ 2021 ປ່ອຍນັກເຕະຕົວສຳຄັນຫລາຍຄົນອອກຈາກທີມ ເນື່ອງຈາກມີຄ່າແຮງງານສູງ ກະທົບຕໍ່ເພດານດ້ານການເງິນຂອງສະໂມສອນ ເປັນຕົ້ນ ລີໂອເນວ ເມັສຊີ້ ແລະ ລຸຍ ຊົວເຣັຊ ໄດ້ດຶງຜູ້ສະໜັບສະໜູນເຂົ້າມາຊ່ວຍທີມເຊັ່ນ: Spotify ຜູ້ໃຫ້ບໍລິຫານດ້ານອອນລາຍຊື່ດັງລະດັບໂລກ ລວມທັງ ຂາຍຮຸ້ນ ສື່ອອນລາຍຂອງສະໂມສອນເຊັ່ນ: Barca Studio ຈຳນວນ 24.5% ໃຫ້ແກ່ບໍລິສັດ Orpheus Media ລາຄາ 84.6 ລ້ານປອນ ເພື່ອໃຫ້ທີມມີກຳລັງການເງິນທີ່ດີຂຶ້ນ ແລະ ສາມາດລົງທະບຽນຊື່ນັກເຕະມາເສີມທັບ.
ລະດູການນີ້ ບາຣຊ້າ ໄດ້ໃຊ້ເງິນຊື້ນັກເຕະມາເສີມທັບຫລາຍຄົນ ເປັນຕົ້ນ ໂຣເບີດ ເລວານດັອຟສະກີ້, ຈູ ກຸນເດ້, ຣາຟິນຢ້າ ລວມຫລາຍກວ່າ 100 ລ້ານປອນ ແລະ ໄດ້ນັກເຕະຄຸນນະພາບດີມາເສີມທັບໂດບບໍ່ເສຍຄ່າໂຕເຊັ່ນ: ແຟັງ ເຄຊີເຢ້, ມາຣຄັອສ ອາລອນໂຊ້, ອັນເດັສ ຄຣິສເຕັນເຊັນ, ເຮັກເຕີ ເບເຢຣິນ ແລະ ຕໍ່ສັນຍາກັບ ອຸສມານ ເດັມເບເລ້.
ລະດູການຜ່ານມາ ບາຣຊ້າ ວາງງົບໄວ້ທີ່ 890 ລ້ານປອນ ແລະ ລະດູການນີ້ ເພີ່ມເປັນ 1 ຕື້ປອນ, ຜົນງານຂອງ ບາຣຊ້າ ໃນລະດູການນີ້ ພາຍໃຕ້ການຄຸມທີມຂອງ ຊາບີ້ ເອີນັນເດັຊ 6 ນັດລາລີກ້າ ຊະນະ 5 ສະເໝີ 1 ແລະ ຢູຟ້າ ແຊ້ມປ້ຽນລີກ 2 ນັດ ຊະນະ 1 ສະເໝີ 1.
Photo: FC Barcelona