ເອທານ ເອັນວາເນຣີ ກອງກາງຊາວອັງກິດ ຂອງສະໂມສອນ ອາຣເຊນໍລ ສ້າງປະຫວັດສາດເປັນນັກເຕະອາຍຸນ້ອຍສຸດ ໄດ້ລົງຫລິ້ນໃນ ພຣີເມ່ຍລີກ ອັງກິດ ດ້ວຍອາຍຸພຽງ 15 ປີ 181 ວັນ ທຳລາຍສະຖິຕິຂອງ ຮາວີ້ ເອລ້ຽດ ປີກຊາວອັງກິດຈາກ ລີເວີພູລ ທີ່ສ້າງໄວ້ໃນປີ 2019 ດ້ວຍອາຍຸ 16 ປີ 30 ວັນ ສະໄໝຢູ່ກັບສັງກັດເກົ່າ ຟູແລ່ມ.
ເອທານ ເອັນວາເນຣີ ສ້າງສະຖິຕິນີ້ ໃນນັດທີ່ ທັບປືນໃຫຍ່ ອາຣເຊນໍລ ບຸກຊະນະ ເບັນຟອດ 3-0 ໃນທ້າຍອາທິດຜ່ານມາ ໂດຍ ເອັນວາເນຣີ ໄດ້ລົງສະໜາມໃນທ້າຍເກມ ໄລຍະຕໍ່ເວລາບາດເຈັບ ນາທີ 90+2′ ແທນທີ່ຂອງ ຟາບີໂອ ວິເອຣ້າ ເຊິ່ງ ເອັນວາເນຣີ ມີເວລາ 3 ນາທີ 42 ວິນາທີ ກ່ອນຜູ້ຕັດສິນຈະເປົ້າໝາກຫວີດຈົບການແຂ່ງຂັນ.
ສຳລັບ ເອທານ ເອັນວາເນຣີ ເປັນນັກເຕະຝຶກຫັດຂອງ ອາຣເຊນໍລ ມາແຕ່ປີ 2016 ຂຶ້ນທີມຊຸດ U18 ຂອງ ອາຣເຊນໍລ ແລະ ທີມຊາດອັງກິດ U16 ປີ ດ້ວຍອາຍຸພຽງ 14 ປີ.
Photo: Arsenal