ທັບປືນໃຫຍ່ ອາຣເຊນໍລ ທວງບັນລັງຕຳແໜ່ງທີມນຳ ພຣີເມ່ຍລີກ ອີກຄັ້ງ ພາຍຫລັງບຸກຊະນະ ເບັນຟອດ 3-0 ໄດ້ປະຕູຈາກ ວິນລ້ຽມ ຊາລີບາ ນາທີ 17′, ກາບ້ຽວ ເຊຊຸສ ນາທີ 28′ ແລະ ຟາບີໂອ ວິເອຣ້າ ນາທີ 49′ ບວກເພີ່ມເປັນ 18 ຄະແນນຈາກ 7 ນັດ ນຳ ແມນຊິຕີ້ ແລະ ສະເປີ 2 ຄະແນນ, ສ່ວນ ເບັນຟອດ ມີ 9 ຄະແນນ ຢູ່ອັນດັບທີ 9.
ອີກໜຶ່ງຄູ່ ເອຟເວີຕັນ ໄດ້ໄຊຊະນະນັດທຳອິດໃນ ພຣີເມ່ຍລີກ ລະດູການນີ້ ເປີດບ້ານຊະນະ ເວັສແຮມ ຫວຸດວິດ 1-0 ຈາກປະຕູໄຊຂອງ ນຽວ ເມົາເປ ນາທີ 53′ ເອຟເວີຕັນ ມີ 7 ຄະແນນຈາກ 7 ນັດ ຫຍັບຂຶ້ນທີ 13, ເວັສແຮມ ມີ 4 ຄະແນນ ຢູ່ທີ 18.
Photo: Arsenal