ຣາຊາຊຸດຂາວ ຣຽວ ມາດຣິດ ຟອມເດັ່ນຕໍ່ເນື່ອງໃນລະດູການນີ້ ສາມາດຄວ້າໄຊຊະນະ 9 ນັດລວດ ຫລ້າສຸດບຸກຊະນະ ແອັດເລຕິໂກ້ ມາດຣິດ 2-1 ເກມລາລີກ້າ ໃນວັນທີ 18 ກັນຍາຜ່ານມາ ໄດ້ປະຕູຈາກ ໂຣດຣີໂກ້ ນາທີ 18′ ແລະ ເຟເດຣິໂກ້ ວາວເບເດ້ ນາທີ 36′ ແອັດມາດຣິດ ແກ້ໄດ້ພຽງໜຶ່ງປະຕູຈາກ ເຮີເມີໂຊ້ ນາທີ 83′.
ຣຽວ ມາດຣິດ ຊະນະ 9 ນັດລວດໃນລະດູການນີ້ ລາລີກ້າ 6 ນັດ, ຢູຟ້າ ແຊ້ມປ້ຽນລີກ 2 ນັດ ແລະ ຢຸຟ້າ ຊຸບເປີຄັບ 1 ນັດ. ສະເພາະເກມລາລີກ້າ ມາດຣິດ ຊະນະ 6 ນັດລວດໃນຕົ້ນລະດູການເປັນຄັ້ງທຳອິດໃນຮອບ 34 ປິ ຕໍ່ຈາກລະດູການ 1987-88.
ຕາຕະລາງຄະແນນ ລາລີກ້າ ແອັສປາຍ ຂະນະນີ້ ຜ່ານໄປ 6 ນັດ ຣຽວ ມາດຣິດ ແຊ້ມເກົ່າ ມີ 18 ຄະແນນເຕັມ, ຮອງລົງມາ ບາຣເຊໂລນ້າ ມີ 16 ຄະແນນ, ຣຽວ ເບຕິສ 15 ຄະແນນ, ບິວເບົາ 13 ຄະແນນ, ໂອຊາຊູນ້າ 12 ຄະແນນ, ບີຢາຣຽວ 11 ຄະແນນ ແລະ ແອັດມາດຣິດ ມີ 10 ຄະແນນ ເທົ່າກັບ ຣຽວ ໂຊເຊຍແດັດ, ສ່ວນ ບາເລັນເຊຍ ມີ 9 ຄະແນນ.
Photo: Real Madrid C.F.