ມາເບິ່ງ 14 ທີມທີ່ຜ່ານການຄັດເລືອກ ສູ່ຮອບສຸດທ້າຍ ເຕະບານຊາຍ U20 ປີ ຊິງແຊ້ມອາຊີ 2023 ຮອບຄັດເລືອກ

ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 20 ປີ (U20) ຊິງແຊ້ມອາຊີ 2023 ຮອບຄັດເລືອກ ໄດ້ສຳເລັດການແຂ່ງຂັນໄປແລ້ວ 9 ກຸ່ມ ໃນລະຫວ່າງວັນທີ 10-18 ກັນຍາ 2022 ໂດຍໄດ້ 14 ທີມທີ່ຜ່ານການຄັດເລືອກ ສູ່ຮອບສຸດທ້າຍ ບວກກັບເຈົ້າພາບ ອຸສເບກິສຖານ ປະກອບມີ: ທີມຊາດຊາອຸດິ ອາຣາເບຍ ແຊ້ມເກົ່າ ໄດ້ອັນດັບທີໜຶ່ງ ຮອບຄັດເລືອກ ກຸ່ມ A, ທີມຊາດກາຕ້າ ແຊ້ມປີ 2014 ເປັນທີໜຶ່ງຂອງກຸ່ມ B, ຍີ່ປຸ່ນ ແຊ້ມປີ 2016 ທີໜຶ່ງຂອງກຸ່ມ C ຄັດເລືອກທີ່ ສປປ ລາວ, ຈໍແດນ (ຊັອກດານີ້) ທີໜຶ່ງຂອງກຸ່ມ D, ສາທາລະນະລັດເກົາຫລີ (ເກົາຫລີໃຕ້) ແຊ້ມສູງສຸດ 12 ສະໄໝ ເປັນທີໜຶ່ງ ຮອບຄັດເລືອກ ກຸ່ມ E, ອິນໂດເນເຊຍ ແຊ້ມ 1 ສະໄໝ ທີໜຶ່ງກຸ່ມ F, ໂອມານ ທີໜຶ່ງຂອງກຸ່ມ G, ທາຈີກິສຖານ ທີໜຶ່ງຂອງກຸ່ມ I ແລະ ອີຣານ ແຊ້ມປີ 4 ສະໄໝ ທີໜຶ່ງຂອງກຸ່ມ J.

ສ່ວນທີສອງ ຕອນນີ້ໄດ້ດີສຸດ 4 ທີມຄື: ຫວຽດນາມ ທີສອງຂອງກຸ່ມ F, ກີກິດສະຖານ ທີສອງຂອງກຸ່ມ J ແຂ່ງ 3 ນັດ ມີ 6 ຄະແນນເຊັ່ນກັນ ລວມທັງ ສປ ຈີນ ທີສອງຂອງກຸ່ມ A ແລະ ຊີເຣຍ (ຊີຣີ) ທີສອງຂອງກຸ່ມ D ທັງ 4 ທີມ ແຂ່ງ 3 ນັດ ມີ 6 ຄະແນນເທົ່າກັນ ແຕກຕ່າງພຽງປະຕູໄດ້ເສຍ, ຂະນະທີ່ ໄທ ກໍແຂ່ງ 3 ນັດ ມີ 6 ຄະແນນ ຍັງມີລຸ້ນເຂົ້າຮອບ ແຕ່ຕ້ອງລຸ້ນຜົນຂອງບັນດາທີມໃນກຸ່ມ H ເຊິ່ງເປັນກຸ່ມດຽວ ທີ່ຍັງບໍ່ທັນແຂ່ງຂັນ ຕາມແຜນຈະແຂ່ງຂັນໃນລະຫວ່າງວັນທີ 14-18 ຕຸລາ 2022 ໂດຍມີ 4 ທີມຮ່ວມຄັດເລືອກຄື: ອົດສະຕຣາລີ, ອິນເດຍ, ອີຣັກ ແລະ ຄູເວດ ເຈົ້າພາບຮອຄັດເລືອກກຸ່ມນີ້. ສຳລັບຮອບສຸດທ້າຍ ຢູ່ປະເທດອຸສເບກິສຖານ ຈະແຂ່ງຂັນໃນລະຫວ່າງວັນທີ 1–18  ມີນາ 2023 ທີມທີ່ຕິດ ຈະໄດ້ສິດເປັນຕົວແທນທະວີບເຂົ້າຮ່ວມ ຊິງແຊ້ມໂລກ ຢູ່ປະເທດອິນໂດເນເຊຍ ໃນລະຫວ່າງວັນທີ 20 ພຶດສະພາ – 11 ມິຖຸນາ ປີ 2023.

Photo: LFF, AFC

Leave a Reply

Your email address will not be published. Required fields are marked *