ພາຍຫລັງທີ່ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 20 ປີ (U20) ສຳເລັດການເຂົ້າຮ່ວມເຕະບານຊາຍ U20 ປີ ຊິງແຊ້ມອາຊີ 2023 ຮອບຄັດເລືອກ ກຸ່ມ C ທີ່ ສປປ ລາວ ເປັນເຈົ້າພາບ ໃນລະຫວ່າງວັນທີ 10-18 ກັນຍາ 2022 ທີ່ສະໜາມກິລາແຫ່ງຊາດ ຫລັກ 16 ດ້ວຍຜົນງານ 4 ນັດ ຊະນະ 1 ເສຍ 3, ຊະນະ ເກາະກວມ 3-0, ເສຍໃຫ້ ຍີ່ປຸ່ນ 0-4, ເສຍໃຫ້ ເຢເມັນ 1-2 ແລະ ເສຍໃຫ້ ປາເລັສຕິນ 0-1 ຍິງໄດ້ 4 ປະຕູ ເສຍ 7 ປະຕູ ໄດ້ອັນດັບທີ 4 ຂອງກຸ່ມ ຕົກຮອບຄັດເລືອກ.
ຫລັງຈົບການແຂ່ງຂັນຄັ້ງນີ້ ໄມເຄິນ ໄວສ໌ຄູຝຶກທີມຊາດລາວ ຊາວເຢຍລະມັນ ໃຫ້ທັດສະນະວ່າ: ” ເຖິງວ່າພວກເຮົາບໍ່ບັນລຸຕາມເປົ້າໝາຍ ແຕ່ພວກເຮົາໄດ້ບົດຮຽນທີ່ດີຫລາຍຢ່າງ ໂດຍສະເພາະການລົງແຂ່ງ 3 ນັດ ໃນ 5 ວັນ ເຮັດໃຫ້ພວກເຮົາເສຍປຽບດ້ານພະລະກຳລັງ ເປັນຕົ້ນນັດພົບກັບ ຍີ່ປຸ່ນ ແລະ ເຢເມັນ ທີ່ໄດ້ພັກຫລາຍກວ່າທີມຊາດລາວ ບໍ່ຕໍ່າກວ່າ 3 ວັນ, ພວກເຮົາຕ້ອງພະຍາຍາມຍົກລະດັບຕົນເອງໃຫ້ສູງຂຶ້ນກວ່າເກົ່າ, ຄວນມີເວລາເກັບຕົວໃຫ້ຫລາຍຂຶ້ນ, ມີເກມອຸ່ນເຄື່ອງທີ່ດີ ໄດ້ພົບກັບທີມທີ່ແຂງແກ່ນ ຫລື ຢູ່ລະດັບແຖວໜ້າເລື້ອຍໆ, ຫວັງວ່າເດືອນເມສາປີໜ້າ ຈະໄດ້ພາທີມໄປເກັບຕົວຢູ່ປະເທດຍີ່ປຸ່ນ ເພື່ອກຽມທີມສູ່ ຊີເກມ ຄັ້ງທີ 32 ໃນ 2023 ທີ່ປະເທດກຳປູເຈຍ ”.
ໄມເຄິນ ໄວສ໌ຍັງກ່າວຕື່ມອີກວ່າ: ພວກເຮົາຕ້ອງພັດທະນາລີກໃຫ້ແຂງແກ່ນກວ່າເກົ່າ ເພາະເປັນພື້ນຖານໃນການສ້າງນັກກິລາທີ່ດີ, ການແຂ່ງຂັນຄັ້ງນີ້ ນັກກິລາທຸກຄົນໄດ້ພະຍາມຍາມສູ້ຊົນ ທຸ້ມເທສຸດຂີດແລ້ວ, ພວກເຮົາຢູ່ໃນກຸ່ມທີ່ມີທີມທີ່ແຂງແກ່ນ ແລະ ອັນດັບໂລກດີກວ່າ ໂດຍສະເພາະ ຍີ່ປຸ່ນ, ປາເລັສຕິນ ແລະ ເຢເມັນ.
ໄວສ໌ກ່າວຂອບໃຈເຖິງປະຊາຊົນ ແລະ ແຟນບານທຸກທ່ານ ທີ່ໃຫ້ການສະໜັບສະໜູນ ແລະ ສົ່ງກຳລັງໃຈໃຫ້ຄະນະນັກກິລາທຸກຄົນຕະຫລອດມາ ໂດຍສະເພາະມານັ່ງຊົມ ນັ່ງເຊຍທີ່ສະໜາມ ເປັນຢາຊູກຳລັງທີ່ດີ ໃຫ້ທີມສູ້ສຸດໃຈ ຫວັງວ່າຈະໄດ້ຮັບການສະໜັບສະໜູນຈາກແຟນບານຕື່ມອີກ ໃນການແຂ່ງຂັນລາຍການຕໍ່ໆໄປ ໂດຍສະເພາະ AFF Mitsubishi Electric Cup 2022 ໃນລະຫວ່າງວັນທີ 20 ທັນວາ 2022 ຫາວັນທີ 16 ມັງກອນ 2023 ເຊິ່ງທີມຊາດລາວຊຸດໃຫຍ່ ຢູ່ກຸ່ມ ໄດ້ຫລິ້ນຢູ່ບ້ານ ນັດ ພົບກັບ ທີມຊາດຫວຽດນາມ ວັນທີ 21 ທັນວາ 2022 ແລະ ພົບກັບ ສິງກະໂປ ວັນທີ 27 ທັນວາ 2022.
ສຳລັບການແຂ່ງຂັນ ເຕະບານຊາຍ U20 ປີ ຊິງແຊ້ມອາຊີ 2023 ຮອບຄັດເລືອກ ກຸ່ມ C ທີ່ ສປປ ລາວ ເປັນເຈົ້າພາບ ມີແຟນບານມາຮ່ວມຊົມ ຮ່ວມເຊຍ ແລະ ໃຫ້ກຳລັງໃຈ ໃນສະໜາມກິລາແຫ່ງຊາດ ຫລັກ 16, 10 ນັດ ລວມ 34,000 ກວ່າຄົນ ສະເພາະນັດທີ່ທີມຊາດລາວ ແຂ່ງຂັນມີຜູ້ຊົມຫລັກ 6000 ກວ່າຄົນ.
Photo: LFF