U20 ປີ ທີມຊາດລາວ ສົ່ງທ້າຍດ້ວຍການປະລາໄຊໃຫ້ ປາເລັສຕິນ 0-1 ເຕະບານຊາຍ U20 ປີ ຊິງແຊ້ມອາຊີ 2023 ຮອບຄັດເລືອກ

ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 20 ປີ (U20) ຊິງແຊ້ມອາຊີ 2023 ຮອບຄັດເລືອກ ກຸ່ມ C ທີ່ ສປປ ລາວ ເປັນເຈົ້າພາບ ນັດສຸດທ້າຍຂອງກຸ່ມ ໃນວັນທີ 18 ກັນຍາ 2022 U20 ປີ ທີມຊາດລາວ ພົບກັບ ທີມຊາດປາເລັສຕິນ ເຊິ່ງນັດນີ້ ປາເລັສຕິນ ຕ້ອງການຊະນະ ລາວ ຫລັກ 12 ປະຕູ ເພື່ອແຊງເຢເມັນເປັນທີສອງຂອງກຸ່ມ ແລະ ລຸ້ນເຂົ້າຮອບຕໍ່ໄປໃນຖານະເປັນອັນດັບສອງດີສຸດ 1 ໃນ 5 ທີມຈາກ 10 ກຸ່ມ ເຊິ່ງເປັນໄປໄດ້ຍາກທີ່ສຸດ, ຂະນະທີ່ U20 ປີ ທີມຊາດລາວ ເຖິງວ່າຕົກຮອບແລ້ວ ນັດສົ່ງທ້າຍກໍຕ້ອງການຫລິ້ນໃຫ້ດີທີ່ສຸດ ເພື່ອແຟນບານ ແລະ ພັດທະນາຕົນເອງໃຫ້ດີຂຶ້ນ ເພື່ອຕໍ່ຍອດສູ່ການຮັບໃຊ້ທີມຊາດຊຸດຕໍ່ໆໄປໃນອະນາຄົດ ໂດຍນັດນີ້ ມີແຟນບານມິຮ່ວມຊົມ ຮ່ວມເຊຍ ແລະ ໃຫ້ກຳລັງໃຈ ທີ່ສະໜາມກິລາແຫ່ງຊາດ ຫລັກ 16 ເຖິງ 7000 ກວ່າຄົນ.

ນັດນີ້ ໄມເຄິນ ໄວສ໌ ຄູຝຶກທີມຊາດລາວ ປ່ຽນນັກເຕະພຽງໜຶ່ງຕຳແໜ່ງຈາກນັດທີ່ປະລາໄຊໃຫ້ ເຢເມັນ 1-2 ໃຫ້ ສະເຫລີມໄຊ ພົມມະວົງ ລົງມາແທນ ສິນນະກອນ ກູມະນີຄຳ, ເລີ່ມເກມ ປາເລັສຕິນ ເດີນເກມບຸກໃສ່ທີມຊາດລາວ ຈາກນັ້ນບໍ່ດົນ U20 ປີ ທີມຊາດລາວ ຕັ້ງເກມໄດ້ ເດີນເກມບຸກແລກຄືນໄດ້ຢ່າງໜ້າສົນໃຈ ແຕ່ໂອກາດຍິງໜ້ອຍກວ່າ ປາເລັສຕິນ ຈົບເຄິ່ງເວລາທີໜຶ່ງທັງສອງທີມເຈາະປະຕູກັນບໍ່ໄດ້ ຈົບດ້ວຍຜົນ 0-0.

ເຄິ່ງຫລັງ ທັງ ລາວ ແລະ ປາເລັສຕິນ ຍັງເດີນເກມບຸກແລກກັນໄດ້ຢ່າງຕື່ນເຕັ້ນ ລະທຶກໃຈ ແຕ່ການຍິງປະຕູຂອງທັງສອງທີມຍັງຂາດຄວາມຄົມ, ທ້າຍເກມ ປາເລັສຕິນ ພະລະກຳລັງດີກວ່າ ຄອງເກມບຸກໃສ່ທີມຊາດລາວຢ່າງໜັກ ແລະ ມາປະສົບຜົນສຳເລັດ ໄດ້ປະຕູໄຊໃນໄລຍະຕໍ່ເວລາບາດເຈັບ ນາທີ 90+1′ ຈາກຫົວໜ້າທີມ ໂມຮາເໝັດ ຊານດູດ້າ ຈົບເກມ ປາເລັສຕິນ ຊະນະ U20 ປີ ທີມຊາດລາວ ແບບຫວຸດວິດ 1-0.

ຂະນະທີ່ ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ທັບຊາມູໄຣ ທີມຊາດຍີ່ປຸ່ນ ຊະນະ ເຢເມັນ ແບບຫວຸດວິດເຊັ່ນກັນຈາກການສະກັດບານເຂົ້າປະຕູຕົນເອງຂອງ ກາມິວ ອາວ ດູໄບ ນາທີ 85‘.

ສະຫລຸບຕາຕະລາງຄະແນນຂອງກຸ່ມນີ້ ຈົບການແຂ່ງຂັນ 4 ນັດທຸກທີມ ຍີ່ປຸ່ນ ໄດ້ອັນດັບໜຶ່ງຂອງກຸ່ມ ຊະນະ 4 ນັດລວດ ມີ 12 ຄະແນນເຕັມ, ຍິງໄດ້ 22 ປະຕູໂດຍບໍ່ມີເສຍປະຕູ ຄວ້າສິດເຂົ້າຮອບເປັນຄັ້ງທີ 18 ຕິດຕໍ່ກັນ ລວມທັງໝົດ 39 ຄັ້ງ ຫລາຍສຸດໃນທະວີບ, ສ່ວນ ເຢນເມັນ ໄດ້ທີສອງຂອງກຸ່ມ ມີ 7 ຄະແນນ ເທົ່າກັບ ປາເລັສຕິນ ແຕ່ປະຕູໄດ້ເສຍຂອງ ເຢເມັນ ດີກວ່າ +9 ປາເລັສຕິນ -2, ເຢເມັນ ໄປລຸ້ນເຂົ້າຮອບໃນຖານະອັນດັບສອງດີສຸດ 1 ໃນ 5 ທີມຈາກ 10 ກຸ່ມ, ສ່ວນ U20 ປີ ທີມຊາດລາວ ເປັນທີ 4 ຂອງກຸ່ມ ມີ 3 ຄະແນນ ແລະ ເກາະກວມ ບໍ່ມີຄະແນນ, ປາເລັສຕິນ, ລາວ ແລະ ກວມ ຕົກຮອບ.

ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 20 ປີ (U20) ຊິງແຊ້ມອາຊີ 2023 ຮອບຄັດເລືອກຄັ້ງນີ້ ມີ 43 ທີມເຂົ້າຮ່ວມ ແບ່ງເປັນ 10 ກຸ່ມ, ຄັດເອົາທີ 1 ຂອງແຕ່ລະກຸ່ມ ແລະ ທີ 2 ດີສຸດ 5 ທີມຈາກ 10 ກຸ່ມ ເຂົ້າຮອບສຸດທ້າຍ ທີ່ປະເທດອຖສເບກິສຖານ ໃນເດືອນມີນາ ປີ 2023 ໃນພາກຂ່າວຕໍ່ໄປທີມຂ່າວພວກເຮົາຈະສະຫລຸບໃຫ້ຊາບທີມໃດແດ່ທີ່ຜ່ານການຄັດເລືອກສູ່ຮອບສຸດທ້າຍ.

Photo: LFF

Leave a Reply

Your email address will not be published. Required fields are marked *