ປະກົດການໃໝ່! ເລັສເຕີ ເສຍປະຕູ 17 ນັດ ຈາກ 19 ນັດຫລັງສຸດ ໃນພຣີເມ່ຍລີກ! ຫລ້າສຸດຖືກ ສະເປີ ຖະຫລົ່ມ 2-6 ຈົ່ມຢູ່ອັນດັບສຸດທ້າຍ!!

ຈິງຈອກສະຫຍາມ ເລັສເຕີ ຊິຕີ້ ຕົກຢູ່ໃນສະຖານະການທີ່ຍາກລຳບາກໃນລະດູການໃໝ່ 2022-23 ໂດຍສະເພາະ ໃນພຣີເມ່ຍລີກ ອັງກິດ ຍັງບໍ່ພົບກັບໄຊຊະນະ ແຂ່ງ 7 ນັດ ມີພຽງ 1 ຄະແນນ ຈົ່ມຢູ່ອັນດັບສຸດທ້າຍ ແລະ ປະລາໄຊໃນ 6 ນັດຫລັງສຸດ ນັດຫລ້າສຸດບຸກເສຍໃຫ້ ສະເປີ 2-6.

ເລັສເຕີ ຍັງສາຄລີນຊີດ ບໍ່ເສຍປະຕູ ພຽງ 2 ນັດ ຈາກ 19 ນັດ, ໂດຍສະເພາະເສຍປະຕູຈັງຫວະ ເຊັດພິຊ (ບານນິ້ງ-ບານສູງ) ເຖິງ 25 ຕັ້ງແຕ່ເລີ່ມລະດູການຜ່ານມາ.

ສຳລັບ 5 ນັດຕໍ່ໄປຂອງ ເລັສເຕີ ຊິຕີ້ ຫລັງເກມທີມຊາດ ຈະເປີດບ້ານພົບກັບ ນ້ອງໃໝ່ ນັອດຕິ້ງແຮມ ຟໍເຣັດ ວັນທີ 3 ຕຸລາ 2022 ຈາກນັ້ນ ຈະໄປຢາມ ບຣອນມັດ, ອີກໜຶ່ງທີມນ້ອງໃໝ່, ເປີດບ້ານພົບກັບ ຄຣິສຕັນ ພາເລດ, ເປີດບ້ານພົບກັບ ລີດ ຢູໄນເຕັດ ແລະ ໄປຢາມ ວູຟແຮມຕັນ.

Photo: Leicester City Football Club

Leave a Reply

Your email address will not be published. Required fields are marked *