ຈໍແດນ ແຮນເດີສັນ ກອງກາງທີມຊາດອັງກິດ ອາດີດກັບຕັນທີມ ຫົງແດງ ລີເວີພູລ ເປີດໂຕກັບສັງກັດໃໝ່ ອາວ ອິດທີ່ຟາດ ໃນລີກສູງສຸດຂອງຊາອຸດິອາຣາເບຍ ໂດຍມີ ສະຕີເວັນ ເຈີຣາດ ອະດີດກັບຕັນ ລີເວີພູລ ຄຸມທີມ, ໂດຍ ແຮນເດີສັນ ເຊັນສັນຍາ 3 ປີ ຈະໄດ້ຮັບຄ່າແຮງງານສູງເຖິງ 7 ແສນປອນຕໍ່ອາທິດ ຫລື ເກືອບ 17 ຕື້ກີບ, ເຊິ່ງ ລີເວີພູລ ຕົກລົງຄ່າໂຕທີ່ 12 ລ້ານປອນ.
ແຮນເດີສັນ ໄວ 33 ປີ ໂບກມືລາ ລີເວີພູລ ພາຍຫລັງຢູ່ກັບທີມ 12 ປີ ຮັບໃຊ້ທີມ 492 ນັດ ຍິງ 33 ປະຕູ 61 ແອັສຊິດ ແລະ ຊ່ວຍທີມຄວ້າແຊ້ມ ພຣີເມ່ຍລີກ, ເອັຟເອຄັບ, ຄອມມູນີຕີ້ຊິວ, ຢູຟ້າ ແຊ້ມປ້ຽນລີກ, ຢູຟ້າ ຊຸບເປີຄັບ ແລະ ແຊ້ມສະໂມສອນໂລກ ຢ່າງລະໜຶ່ງສະໄໝ, ເປັນແຊ້ມ ລີກຄັບ ອີກ 2 ສະໄໝ.
Photo: نادي الاتفاق – Ettifaq Club