ທີມຍິງ ທີມຊາດຫວຽດນາມ 1 ໃນ 8 ນ້ອງໃໝ່ ເຕະບານຍິງ ຊິງແຊ້ມໂລກ 2023 ຕົກຮອບແບ່ງກຸ່ມແນ່ນອນແລ້ວ ພາຍຫລັງນັດຫລ້າສຸດ ວັນທີ 27 ກໍລະກົດນີ້ ເສຍໃຫ້ ທີມຊາດໂປຕູເກດ (ປັອກຕຸຍການ) ທີມນ້ອງໃໝ່ເຊັ່ນກັນ 0-2.
ຫວຽດນາມ ແຂ່ງ 2 ນັດ ໃນກຸ່ມ E ເສຍທັງສອງນັດ, ນັດທຳອິດ ເສຍໃຫ້ ສະຫະລັດ ອາເມຣິກາ ແຊ້ມເກົ່າ ທັງເປັນແຊ້ມສູງສຸດ 4 ສະໄໝ 0-3, ຂະນະທີ່ ປັອກຕຸຍການ ແຂ່ງ 2 ນັດ ມີ 3 ຄະແນນ, ຍັງມີໂອກາດລຸ້ນເຂົ້າຮອບ 16 ທີມ, ຕາມຫລັງ ສະຫະລັດ ອາເມຣິກາ ແລະ ເນເທີແລນ (ໂຮນລັງ) 1 ຄະແນນ.
ນັດສຸດທ້າຍຂອງກຸ່ມນີ້ ຈະແຂ່ງຂັນວັນທີ 1 ສິງຫາ ທີ່ຈະມາເຖິງນີ້, ປັອກຕຸຍການ ຈະພົບກັບ ອາເມຣິກາ ແລະ ຫວຽດນາມ ພົບ ໂຮນລັງ.
Photo: FIFA