ອາຣເຊນໍລ ແຊງຊະນະ ບາຣເຊໂລນ້າ 5-3 ອຸ່ນເຄື່ອງທີ່ ສະຫະລັດ ອາເມຣິກາ

ປືນໃຫຍ່ ອາຣເຊນໍລ ອຸ່ນເຄື່ອງນັດທີ 4 ກ່ອນເລີ່ມລະດູການໃໝ່ ທີ່ສະໜາມໂຊຟີ, ລັອສ ແອັງເຈລິສ, ສະຫະລັດ ອາເມຣິກາ ແຊງຊະນະ ບາຣເຊໂລນ້າ ແບບສຸດມັນ 5-3, ບາຣຊ້າ ນຳກ່ອນຈາກ ໂຣເບີດ ເລວານດັອຟສະກີ້ ນາທີ 7′, ຈາກນັ້ນ ເດີ ກັນເນີ້ ຕີສະເໝີຈາກ ບູກາໂຢ້ ຊາກ້າ ນາທີ 13′ ແລະ ມີ ໂອກາດພິກແຊງນາທີ 22′ ແຕ່ ຊາກ້າ ຍິງຈຸດໂທດບໍ່ເຂົ້າ, ຈາກນັ້ນ ຖືກ ບາຣຊ້າ ຍິງນຳອີກຄັ້ງຈາກ ຣາຟິນຢ້າ ນາທີ 34′ ແຕ່ ອາຣເຊນໍລ ທວງຄືນໄດ້ໃນທ້າຍເຄິ່ງເວລາທີໜຶ່ງຈາກ ຄາຍ ຮາແວັດ ນາທີ 43′ ຈົບເຄິ່ງເວລາທີໜຶ່ງສະເໝີກັນ 2-2.

ເຄິ່ງຫລັງ ອາຣເຊນໍລ ຍິງແຊງສອງປະຕູຈາກ ລີນໂດ ທັອສຊາ ນາທີ 55′, 78′, ບາຣຊ້າ ຮຶດສູ້ ຍິງໄລ່ມາ 3-4 ຈາກ ແຟຣານ ຕໍເຣັສ ນາທີ 88′ ແຕ່ກໍຖືກ ເດີ ກັນເນີ້ ຍິງປິດທ້າຍຈາກ ຟາບີໂອ ວິເອຣ້າ ນາທີ 89′ ຈົບເກມ ອາຣເຊນໍລ ຊະນະ ບາຣເຊໂລນ້າ 5-3. ອາຣເຊນໍລ ອຸ່ນເຄື່ອງ 4 ນັດ ຊະນະ 2 ສະເໝີ 1 ເສຍ 1. ນັດຕໍ່ໄປ ອາຣເຊນໍລ ຈະເປີດບ້ານອຸ່ນເຄື່ອງກັບ ໂມນາໂຄ ວັນທີ 2 ສິງຫາທີ່ຈະມາເຖິງນີ້.

ສ່ວນ ບາຣຊ້າ ຫາກໍອຸ່ນເຄື່ອງເປັນນັດທຳອິດ ເນື່ອງຈາກນັດກ່ອນໜ້ານີ້ຈະພົບກັບ ຢູເວັນຕຸສ ຖືກຍົກເລີກ ຍ້ອນນັກເຕະບາຣຊ້າ ມີອາການເຈັບກະເພາະ ອາຫານເປັນພິດ. ສຳລັບ ນັດຕໍ່ໄປ ບາຣຊ້າ ຈະອຸ່ນເຄື່ອງກັບ ຣຽວ ມາດຣິດ ວັນທີ 29 ກໍລະກົດນີ້ ທີ່ດາວລັສ ສະຫະລັດ ອາເມຣິກາ.

Photo: Arsenal, FC Barcelona

Leave a Reply

Your email address will not be published. Required fields are marked *