ທີມຊາດລາວ ຖ້າຊະນະ ທີມຊາດເນປານ ຈະຮ່ວມກຸ່ມກັບ UAE ແລະ ບາເຣນ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ

ທີມຊາດລາວ ຖ້າຊະນະ ທີມຊາດເນປານ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ, ໃນຮອບຄັດເລືອກ ຮອບທີ 2 ຈະຢູ່ກຸ່ມ H ຮ່ວມກັບ ສະຫະລັດ ອາຣັບ ເອມີເຣດ (UAE), ບາເຣນ ແລະ ທີມຊະນະລະຫວ່າງ ເຢເມັນ ຫລື ສຣີລັງກາ. ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນ​ອາ​ຊີ (FIFA World Cup 2026 Preliminary Joint Qualification R1) ມີທັງໝົດ 20 ທີມ ຈັບຄູ່ພົບກັນ 10 ຄູ່ ແຂ່ງຂັນແບບ 2 ນັດ ໄປ-ກັບ ທີມທີ່ຊະນະ ຜ່ານເຂົ້າສູ່ຮອບຄັດເລືອກ ຮອບທີ 2 ຕໍ່ໄປ.

ທີມຊາດລາວ ພົບກັບທີມຊາດເນປານ ນັດທີ 1 ຈະແຂ່ງຂັນໃນວັນທີ 12 ຕຸລາ 2023 ຢູ່ທີ່ປະເທດເນປານ ແລະ ວັນທີ 17 ຕຸລາ 2023 ແມ່ນແຂ່ງຂັນຢູ່ສະໜາມກິລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ສປປ ລາວ.

ສຳລັບ 10 ທີມທີ່ຊະນະ ຮອບຄັດເລືອກ ຮອບທີ 1 ຈະເຂົ້າຄັດເລືອກ ຮອບທີ 2 ບວກກັບອີກ 26 ທີມທີ່ໄດ້ສິດລໍຖ້າອີງຕາມອັນດັບໂລກ ລວມເປັນ 36 ທີມ. ໂດຍການຄັດເລືອກຄັ້ງນີ້ ຈະມີຜົນຕໍ່ການຄັດເລືອກໄປ ເອຊຽນຄັບ ຊິງແຊ້ມອາຊີ 2027 ທີ່ຊາອຸດິອາຣາເບຍ.

Photo: Lao FF

Leave a Reply

Your email address will not be published. Required fields are marked *