ວັນທີ 27 ກໍລະກົດ 2023 ຢູ່ສຳນັກງານ ສະຫະພັນບານເຕະອາຊີ (AFC), ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ, ໄດ້ມີພິທີການຈັບສະຫລາກການແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ຂົງເຂດອາຊີ (FIFA World Cup 2026 Preliminary Joint Qualification R1) ໂດຍຜົນການຈັບສະຫລາກ ທີມຊາດເນປານ ພົບ ທີມຊາດລາວ, ສ່ວນຮູບແບບການແຂ່ງຂັນແມ່ນແຂ່ງ 2 ນັດ ແບບໄປ-ກັບ ທີມທີ່ຊະນະ ຜ່ານເຂົ້າຮອບຄັດເລືອກ ຮອບທີ 2 ຂົງເຂດອາຊີຕໍ່ໄປ.
ໂດຍນັດທີ 1 ຈະແຂ່ງຂັນໃນວັນທີ 12 ຕຸລາ 2023 ຢູ່ທີ່ປະເທດເນປານ ແລະ ວັນທີ 17 ຕຸລາ 2023 ແມ່ນແຂ່ງຂັນຢູ່ສະໜາມກິລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ສປປລາວ. ສຳລັບ 10 ທີມທີ່ຊະນະ ຮອບຄັດເລືອກ ຮອບທີ 1 ຈະເຂົ້າຮອບ 2 ບວກກັບອີກ 26 ທີມທີ່ໄດ້ສິດລໍຖ້າອີງຕາມອັນດັບໂລກ ລວມເປັນ 36 ທີມ.
ສຳລັບຜົນຈັບສະຫລາກຄູ່ອື່ນ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ຂົງເຂດອາຊີ: ອັຟການິສຖານ ພົບ ມົງໂກລີ, ເມົາດິຟ ພົບ ບັງກາລາເທດ, ສິງກະໂປ ພົບ ກວມ, ເຢເມັນ ພົບ ສຣີລັງກາ, ມຽນມາ ພົບ ມາເກົ້າ, ກຳປູເຈຍ ພົບ ປາກິສຖານ, ໄຕ້ຫວັນ ພົບ ຕີມໍເລັສເຕ້, ອິນໂດເນເຊຍ ພົບ ບຣູໄນ ແລະ ຮົງກົງ ພົບ ພູຖານ.
Photo: Lao FF