ການແຂ່ງຂັນເຕະບານຍິງ ຊິງແຊ້ມໂລກ 2023 ນັດທີ 2 ຂອງ ກຸ່ມ E ທີມຊາດສະຫະລັດ ອາເມຣິກາ (USA) ແຊ້ມເກົ່າ ທັງເປັນແຊ້ມສູງສຸດ 4 ສະໄໝ ອັນດັບ 1 ຂອງໂລກ ພົບກັບ ທີມຊາດເນເທີແລນ (ໂຮນລັງ) ອັນດັບ 9 ຂອງໂລກ, ໂຮນລັງ ນຳກ່ອນຈາກ ຈິວ ເຈມີ້ ຣູດ ນາທີ 17′ ອາເມຣິກາ ຕີສະເໝີຈາກ ລິນຊີ້ ໂຮຣານ ນາທີ 62′ ຈົບເກມສະເໝີກັນ 1-1.
ທັງສອງທີມແຂ່ງ 2 ນັດ ມີ 4 ຄະແນນເທົ່າກັນ ແຕ່ປະຕູໄດ້ເສຍ ອາເມຣິກາ ດີກວ່າສອງໜ່ວຍ, ຂະນະທີ່ ຫວຽດນາມ ແລະ ໂປຕູເກດ (ປັອກຕຸຍການ) ສອງທີມນ້ອງໃໝ່ ແຂ່ງ 1 ນັດ ຍັງບໍ່ມີຄະແນນ ທັງສອງທີມຈະລົງແຂ່ງນັດທີສອງໃນມື້ນີ້ ເວລາ 14:30.
ສ່ວນນັດສຸດທ້າຍຂອງກຸ່ມນີ້ ປັອກຕຸຍການ ຈະພົບກັບ ອາເມຣິກາ ແລະ ຫວຽດນາມ ພົບ ໂຮນລັງ ວັນທີ 1 ສິງຫາທີ່ຈະມາເຖິງນີ້.
Photo: FIFA