ຣຽວ ມາດຣິດ ຊະນະ ແມນຢູ 2-0 ອຸ່ນເຄື່ອງທີ່ ສະຫະລັດ ອາເມຣິກາ

ການແຂ່ງຂັນເຕະບານອຸ່ນເຄື່ອງ ປຣີຊີຊັ່ນ ກ່ອນເລີ່ມລະດູການໃໝ່ ແມນເຊັສເຕີ ຢູໄນເຕັດ ພົບກັບ ຣຽວ ມາດຣິດ ທີ່ສະໜາມ NRG ເມືອງຮຸສຕັ້ນ ລັດເທັກຊັສ ສະຫະລັດ ອາເມຣິກາ, ທັງສອງທີມຈັດທັບຊຸດໃຫຍ່ເດີນເກມແລກກັນຢ່າງມ່ວນມັນ ແຕ່ເປັນ ມາດຣິດ ໃຊ້ໂອກາດໄດ້ຄົມກວ່າ ຊະນະ ແມນຢູ 2-0 ໄດ້ປະຕູຈາກ ຈຸດ ເບວລິ້ງແຮມ ນາທີ 6′ ແລະ ໂຈເຊລູ ຕົວສຳຮອງ ນາທີ 89′.

ນັດຕໍ່ໄປ ແມນຢູ ຈະອຸ່ນເຄື່ອງກັບ ດັອດມຸນ ວັນທີ 30 ກໍລະກົດນີ້ ທີ່ລັດເນວາດ້າ ສະຫະລັດ ອາເມຣິກາ, ຂະນະທີ່ ມາດຣິດ ຈະພົບກັບ ບາຣເຊໂລນ້າ ວັນທີ 29 ກໍລະກົດນີ້ ທີ່ລັດເທັກຊັສ ສະຫະລັດ ອາເມຣິກາ ເຊັ່ນກັນ.

Image: Real Madrid C.F. & Manchester United

Leave a Reply

Your email address will not be published. Required fields are marked *