ເລັສເຕີ ຊິຕີ້ ອຸ່ນເຄື່ອງ ບຸກຊະນະ ການທ່າເຮືອ ເອັຟຊີ ທີມຈາກລີກສູງສຸດຂອງໄທ 1-0

ພາຍຫລັງທີ່ແຜນການອຸ່ນເຄື່ອງກັບ ສະເປີ ເມື່ອວັນທີ 23 ກໍລະກົດຜ່ານມາ ຖືກຍົກເລີກ ຍ້ອນມີພາຍຸຝົນລົບກວນໜັກ, ເລັສເຕີ ຊິຕີ້ ຈຶ່ງອຸ່ນເຄື່ອງກັບ ການທ່າເຮືອ ເອັຟຊີ ທີມຈາກລີກສູງສຸດຂອງໄທ ໃນວັນທີ 26 ກໍລະກົດນີ້ ແລະ ເປັນ ເລັສເຕີ ບຸກຊະນະ 1-0 ຈາກປະຕູຂອງ ວິວເຟຣດ ເອັນດີດີ້ ນາທີ 7′.

ນັດຕໍ່ໄປ ເລັສເຕີ ຈະອຸ່ນເຄື່ອງກັບ ລີເວີພູລ ວັນທີ 30 ກໍລະກົດນີ້ ທີ່ສະໜາມກິລາແຫ່ງຊາດສິງກະໂປ.

Photo: Leicester City Football Club, การท่าเรือ เอฟซี Port FC

Leave a Reply

Your email address will not be published. Required fields are marked *