ແມນເຊັສເຕີ ຊິຕີ້ ຊະນະ ບາເຢິນ ມິວນິກ 2-1 ອຸ່ນເຄື່ອງທີ່ນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ ວັນທີ 26 ກໍລະກົດ 2023. ຊິຕີ້ ໄດ້ປະຕູຂຶ້ນນຳກ່ອນຈາກ ເຈມສ໌ ແມັກອາຕີ້ ນາທີ 21′, ບາເຢິນ ຕີສະເມີຈາກ ມາທິສ ເທວ ນາທີ 81′ ແລະ ຊິຕີ້ ມາໄດ້ປະຕູໄຊຈາກ ອາຍມາຣິກ ລາປັອກ ນາທີ 86′.
ແມນຊິຕີ້ ອຸ່ນເຄື່ອງຊະນະ 2 ນັດລວດ ຕໍ່ຈາກຊະນະ ໂຢໂກຮາມ້າ ເອັຟ ມາຣີນັອສ 5-3 ສ່ວນ ບາເຢິນ ນັດຜ່ານມາ ຊະນະ FC Rottach-Egern 27-0.
ນັດຕໍ່ໄປ ຊິຕີ້ ຈະພົບກັບ ແອັດເລຕິໂກ້ ມາດຣິດ ວັນທີ 30 ກໍລະກົດນີ້ ທີ່ມາໂປ, ສາທາລະນະລັດເກົາຫລີ, ຂະນະທີ່ ບາເຢິນ ຈະພົບກັບ ຄາວາຊາກິ ຟອນຕາເຣ່ ວັນທີ 29 ກໍລະກົດ 2023 ທີ່ນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ.
Photo: FC Bayern München, Man City