ລົດແກ້ວ ອິນທະກຸມມານ ນັກກິລາແລ່ນທົນທີມຊາດລາວ ໄດ້ອັນດັບ 2 ໄລຍະ 10 ກິໂລແມັດຍິງ ທົ່ວໄປ ເວລາ 37 ນາທີ 20 ວິນາທີ ຕາມຫລັງອັນດັບໜຶ່ງນັກກິລາຈາກເອທິໂອເປຍ 1 ນາທີ 25 ວິນາທີ ລາຍການແລ່ນ Amazing Thailand Pattaya Marathon 2023 ໃນທ້າຍອາທິດຜ່ານມາ, ທີ່ພັດທະຍາ ປະເທດໄທ.
ພ້ອມກັນນີ້ ລົດແກ້ວ ກໍໄດ້ອັນດັບ 4 ໄລຍະ 21 ກິໂລແມັດ ຍິງທົ່ວໄປ ເວລາ 1 ຊົ່ວໂມງ 28 ນາທີ 8 ວິນາທີ ຕາມຫລັງອັນດັບໜຶ່ງນັກກິລາຈາກເອທິໂອເປຍ 7 ນາທີ.
Photo: Pattaya Marathon