ຈໍແດນ ແຮນເດີສັນ ກອງກາງທີມຊາດອັງກິດ ກັບຕັນທີມ ຫົງແດງ ລີເວີພູລ ກ່າວອຳລາຕົ້ນສັງກັດຜ່ານທາງສື່ອອນລາຍສ່ວນຕົວ ອິນສະຕາແກຣມໂດຍມີເນື້ອໃນໃຈຄວາມວ່າ: ” ຢາກທີ່ຈະອະທິບາຍຄວາມຊົງຈຳ 12 ປີ ກັບທີມຜ່ານມາ, ເຖິງຂ້ອຍຈະຈາກສະໂມສອນໄປ ແຕ່ຫົວໃຈຍັງຄົງແມ່ນຫົງແດງສະເໝີ ຈົນກວ່າວັນທີ່ຂ້ອຍສິ້ນລົມຫາຍໃຈ ”.
ແຮນເດີສັນ ໄວ 33 ປີ ຢູ່ກັບ ລີເວີພູລ ມາແຕ່ປີ 2011 ຮັບໃຊ້ທີມ 492 ນັດ ຍິງ 33 ປະຕູ 61 ແອັສຊິດ ແລະ ຊ່ວຍທີມຄວ້າແຊ້ມ ພຣີເມ່ຍລີກ, ເອັຟເອຄັບ, ຄອມມູນີຕີ້ຊິວ, ຢູຟ້າ ແຊ້ມປ້ຽນລີກ, ຢູຟ້າ ຊຸບເປີຄັບ ແລະ ແຊ້ມສະໂມສອນໂລກ ຢ່າງລະໜຶ່ງສະໄໝ, ເປັນແຊ້ມ ລີກຄັບ ອີກ 2 ສະໄໝ.
ການເລືອກໄປລີກຊາອຸດິອາຣາເບຍຄັ້ງນີ້ຂອງ ແຮນໂດ້ ໄປຢູ່ກັບສະໂມສອນ ອາວ ອິດທີ່ຟາດ ທີ່ມີ ສະຕີເວັນ ເຈີຣາດ ອະດີດກັບຕັນ ລີເວີພູລ ຄຸມທີມ ໂດຍ ແຮນເດີສັນ ຈະໄດ້ຮັບຄ່າແຮງງານສູງເຖິງ 7 ແສນປອນຕໍ່ອາທິດ ຫລື ເກືອບ 17 ຕື້ກີບ, ເຊິ່ງ ລີເວີພູລ ຕົກລົງຄ່າໂຕທີ່ 12 ລ້ານປອນ.
Photo: Liverpool FC