ອິສໄມລ້າ ຊາຣ ກອງໜ້າທີມຊາດເຊເນການ ໄວ 25 ປີ ເລືອກກັບໄປ ລີກອ໋ອງ ຝຣັ່ງ ອີກຄັ້ງ ຮ່ວມທັບ ໂອລິມປິກ ມາກເຊີຍ, ຊາຣ ມີຂ່າວຫລາຍທີມດັງໃນ ພຣີເມ່ຍລີກ ໃຫ້ຄວາມສົນໃຈ ແຕ່ເລືອກກັບໄປຝຣັ່ງ ໂດຍ ວັດຟອດ ຂາຍ ຊາຣ ລາຄາປະມານ 13 ລ້ານເອີໂຣ.
ອິສໄມລ້າ ຊາຣ ຢູ່ກັບ ວັດຟອດ 4 ລະດູການ ລົງຫລິ້ນ 131 ນັດ ຍິງ 34 ປະຕູ 24 ແອັສຊິດ, ຊາຣ ຢູ່ໃນຊຸດທີມຊາດເຊເນການໄດ້ແຊ້ມ ອາຟຣິກາ 2021 ໂດຍຮັບໃຊ້ທີມຊາດ 54 ນັດ ຍິງ 11 ປະຕູ.
ຜ່ານມາ ອິສໄມລ້າ ຊາຣ ເຄີຍຫລິ້ນໃນລີກອ໋ອງຝຣັ່ງ ທີມຄື: ເມັຊ ປີ 2016–2017 ແລະ ແຣນສ໌ ປີ 2017–2019 ຊ່ວຍ ແຣນສ໌ ໄດ້ແຊ້ມ ຄຸບເດີຟຣອງ 2018–19.
Photo: Olympique de Marseille