ອັນເຊຢັງ ກາຍເປັນນັກກິລາດອກປີກໄກ່ຍິງດ່ຽວເກົາຫລີ ຄົນທຳອິດໃນຮອບ 29 ປີ ສາມາດປ້ອງກັນແຊ້ມ Korea Open

ອັນເຊຢັງ ນັກກິລາດອກປີກໄກ່ ມື 2 ຂອງໂລກ ກາຍເປັນນັກກິລາດອກປີກໄກ່ປະເພດຍິງດ່ຽວຂອງສາທາລະນະລັດເກົາຫລີຄົນທຳອິດ ໃນຮອບ 29 ປີ ທີ່ສາມາດປ້ອງກັນແຊ້ມ ລາຍການ ໂຄເຣຍ ໂອເພັນ (Korea Open) ພາຍຫລັງຮອບຊິງຊະນະເລີດ ປີ 2023 ເອົາຊະນະ ຖ້າຍຊູ້ຫຍິງ ມື 4 ຂອງໂລກ ຈາກໄຕຫວັນ 2-0 ເກມ: 21-9, 21-15. ຜູ້ທຳອິດທີ່ສາມາດປ້ອງກັນແຊ້ມໄດ້ແມ່ນ ບາງຊູຮຸນ ໃນປີ 1993 ແລະ 1994.

ອັນເຊຢັງ ຮັບເງິນລາງວັນ 31,500 ໂດລາສະຫະລັດ ແລະ ຄະແນນສະສົມ 9,200 ຄະແນນ, ຮອງແຊ້ມໄດ້ 7,800 ຄະແນນ ແລະ ເງິນລາງວັນ 15,960 ໂດລາ.

ສ່ວນແຊ້ມປະເພດຊາຍດ່ຽວເປັນຂອງ ອັນເດີ ແອນທອນເຊັ້ນ ຈາກດານມາກ ແຊງຊະນະ ໂລຄີນຢິວ ຈາກສິງກະໂປ 2-1 ເກມ ຄອງແຊ້ມຄັ້ງທຳອິດ, ຂະນະທີ່ ແຊ້ມປະເພດຄູ່ຍິງ, ຄູ່ຊາຍ ແລະ ຄູ່ປະສົມ ກໍເປັນແຊ້ມໜ້າໃໝ່ໝົດ, ຄູ່ຍິງ, ຄູ່ປະສົມ ແມ່ນຄູ່ຈາກຈີນ ແລະ ຄູ່ຊາຍແມ່ນອິນເດຍ.

Photo: BWF

Leave a Reply

Your email address will not be published. Required fields are marked *