ວິວເຟຣດ ຊາຮາ ເລືອກຍ້າຍໄປລີກຕູຣາເຄຍ ຢູ່ກັບ ກາລາຕາຊາຣາຍ

ວິວເຟຣດ ຊາຮາ ປີກທີມຊາດໄອໂວຣີໂຄ໊ດ (ກົດດີວົວ) ໄວ 30 ປີ ບໍ່ຕໍ່ສັນຍາກັບ ຄຣິສຕັນ ພາເລດ ເລືອກຍ້າຍໄປຫາປະສົບການໃໝ່ກັບສະໂມສອນ ກາລາຕາຊາຣາຍ  ທີມແຊ້ມລີກສູງສຸດຂອງຕູຣາເຄຍ (ຕວກກີ້) ເຊັນສັນຍາ 3 ປີ, ລາຍງານລະບຸວ່າ: ກາລາຕາຊາຣາຍ ຈ່າຍ 2.35 ລ້ານເອີໂຣ ໃຫ້ ຄຣິສຕັນ ພາເລດ ແລະ ຊາຮາ ຈະໄດ້ຮັບຄ່າແຮງງານກັບສັງກັດໃໝ່ 4.35 ລ້ານເອີໂຣຕໍ່ປີ.

ອາດີດປີກ ແມນເຊັສເຕີ ຢູໄນເຕັດ ມີຂ່າວພົວພັນກັບຫລາຍທີມ ເຊິ່ງການອຳລາລີກອັງກິດຄັ້ງນີ້ ຊາຮາ ໄດ້ຝາກຜົນງານກັບ ພາເລດ ຮັບໃຊ້ທີມຫລາຍສຸດອັນດັບສາມ ລວມ 458  ນັດ ຍິງ 90 ປະຕູ.

Photo: Galatasaray

Leave a Reply

Your email address will not be published. Required fields are marked *