ຍີ່ປຸ່ນ! ທີມທຳອິດຊະນະ 2 ນັດລວດ! ເຕະບານຍິງ ຊິງແຊ້ມໂລກ 2023

ເຕະບານຍິງ ຊິງແຊ້ມໂລກ 2023 ກຸ່ມ C ນັດທີ 2 ສາວຊາມູໄຣ ທີມຊາດຍີ່ປຸ່ນ ແຊ້ມໂລກ 1 ສະໄໝ ເອົາຊະນະ ທີມຊາດຄັອສຕາຣິກ້າ 2-0 ເຮັດໃຫ້ ຍີ່ປຸ່ນ ກາຍເປັນທີມທຳອິດຊະນະສອງນັດລວດ ໃນບານໂລກ ເພດຍິງຄັ້ງນີ້ ຕໍ່ຈາກຊະນະ ແຊມເບຍ (ຊຳບີ້) ນ້ອງໃໝ່ 5-0, ສ່ວນ ຄັອສຕາຣິກ້າ ເສຍສອງນັດລວດ.

ນັດສຸດທ້າຍ ຍີ່ປຸ່ນ ຈະພົບກັບ ສະເປນ (ແອັສປາຍ) ວັນທີ 31 ກໍລະກົດນີ້ ແລະ ຄັອສຕາຣິກ້າ ຈະພົບກັບ ແຊມເບຍ ໃນວັນດຽວກັນ.

Pic: FIFA Women’s World Cup

Leave a Reply

Your email address will not be published. Required fields are marked *