ລີໂອເນວ ເມັສຊີ້ ນັກເຕະໃໝ່ປ້າຍແດງຂອງ ອິນເຕີ ໄມອາມີ້ ທີມດັງໃນລີກສູງສຸດຂອງອາເມຣິກາ ແຜງລິດ ຍິງ 2 ປະຕູ 1 ແອັສຊິດ ຊ່ວຍສັງກັດໃໝ່ ຊະນະ ແອັດລານຕ້າ ຢູໄນເຕັດ ເພື່ອນຮ່ວມລີກ 4-0 ລາຍການ ລີກຄັບ 2023 ເມັສຊີ້ ຍິງປະຕູສອງນັດຕິດຕໍ່ກັນ ສອງນັດທຳອິດກັບສັງກັດໃໝ່, ນັດຜ່ານມາ ຍິງປະຕູໄຊທ້າຍເກມ ຊ່ວຍທີມຊະນະ ຄຣຸສ ອາຊຸນ ຈາກເມັກຊິໂກ້ 3-2.
ເມັສຊີ້ ຍິງປະຕູໃສ່ສະໂມສອນທີ 100 ໃນອາຊີບ ແລະ ໄຊຊະນະນັດນີ້ ເຮັດໃຫ້ ອິນເຕີ ໄມອາມີ້ ເຂົ້າຮອບ 32 ທີມສຸດທ້າຍແນ່ນອນແລ້ວ ພາຍຫລັງຊະນະສອງນັດລວດໃນກຸ່ມທີ 3 ຂອງໂຊນພາກໃຕ້ ລໍຖ້າພົບອັນດັບທີໜຶ່ງຂອງກຸ່ມທີ 2 ໂຊນພາກໃຕ້ ເຊິ່ງມີ 2 ທີມຈາກເມເຈີລີກຊັອກເກີຄື: ຮຸສຕັ້ນ ໄດນາໂມ, ອໍແລນໂດ້ ຊິຕີ້ ແລະ ໜຶ່ງທີມຈາກລີກສູງສຸດເມັກຊິໂກ້ ນັ້ນກໍຄື: ຊານໂຕສ ລາກູນ້າ.
Photo: Inter Miami CF