ແມນເຊັສເຕີ ຢູໄນເຕັດ ອຸ່ນເຄື່ອງນັດທີ 4 ກ່ອນເລີ່ມລະດູການໃໝ່ 2023-24 ພົບກັບ ເວັກແຮ້ມ ທີມນ້ອງໃໝ່ຈາກລີກທູ (ລີກອັນດັບ 4 ຂອງອັງກິດ) ທີ່ນິວເຈີຊີ້ ສະຫະລັດ ອາເມຣິກາ ໂດຍຈັດທັບສຳຮອງ ເພື່ອກຽມທີມຊຸດໃຫຍ່ໄວ້ດວນກັບ ຣຽວ ມາດຣິດ ໃນນັດຕໍ່ໄປ ເສຍໃຫ້ ເວັກແຮ້ມ 1-3 ແມນຢູ ໄດ້ປະຕູຈາກ ມາກ ຈູຣາໂດ້ ກອງຫລັງຊາວສະເປນ (ແອັສປາຍ) ໄວ 19 ປີ ແລະ ເຫລືອຜູ້ຫລິ້ນ 10 ຄົນ ເມື່ອ ແດນ້ຽວ ກໍຣ ກອງກາງຊາງອັງກິດ ໄວ 18 ປີ ໄດ້ບັດແດງ ນາທີ 47′.
ນັດຕໍ່ໄປ ແມນຢູ ຈະອຸ່ນເຄື່ອງກັບ ຣຽວ ມາດຣິດ ເຊົ້າວັນທີ 27 ກໍລະກົດນີ້ ເວລາ 7:30 ຕາມເວລາໃນປະເທດລາວ ຢູ່ສະໜາມ NRG ໃນເມືອງຮຸສຕັ້ນ ລັດເທັກຊັສ ສະຫະລັດ ອາເມຣິກາ.
Photo: Manchester United