ຟູແລ່ມ ເປີດໂຕກອງໜ້າໃໝ່ ຣາອູ ຢີມີເນັຊ ໄວ 32 ປີ ທີ່ຍ້າຍມາຈາກ ວູຟແຮມຕັນ ວັນເດີເຣີ ເພື່ອນຮ່ວມ ພຣີເມ່ຍລີກ ດ້ວຍຄ່າໂຕ 5 ລ້ານປອນ ເຊັນສັນຍາ 2 ປີ ພ້ອມເງື່ອນໄຂຂະຫຍາຍສັນຍາເປັນ 3 ປີ ຖ້າຜົນງານດີ, ກາຍເປັນນັກເຕະຄົນທຳອິດທີ່ ຟູແລ່ມ ໄດ້ມາເສີມທັບກ່ອນເລີ່ມລະດູການໃໝ່.
ກອງໜ້າທີມຊາດເມັກຊິໂກ້ (ແມັກຊິກ) ຍ້າຍຈາກ ເບັນຟິກ້າ ມາຢູ່ກັບ ວູຟແຮມຕັນ ແຕ່ປີ 2018 ດ້ວຍຄ່າໂຕ 30 ລ້ານປອນ, ຮັບໃຊ້ທີມ 166 ນັດ ຍິງ 57 ປະຕູ 24 ແອັສຊິດ, ລະດູການຜ່ານມາ ໄດ້ລົງຫລິ້ນ 20 ນັດ ຍິງ 3 ປະຕູ, ສ່ວນໃນນາມທີມຊາດຊຸດໃຫຍ່ ຕິດທີມມາແຕ່ປີ 2013 ລົງຫລິ້ນ 100 ນັດ ຍິງ 30 ປະຕູ.
Photo: Fulham FC Official