ເຄຊີ້ ແພຣ ສ້າງປະຫວັດສາດເປັນນັກເຕະບານຍິງ ອາຍຸນ້ອຍສຸດ ໄດ້ລົງຫລິ້ນໃນ ບານໂລກ ເພດຍິງ!

ເຄຊີ້ ແພຣ ສູນໜ້າທີມຍິງ ທີມຊາດສາທາລະນະລັດເກົາຫລີ ເຊື້ອສາຍອາເມຣິກາ ສ້າງປະຫວັດສາດກາຍເປັນນັກກິລາເຕະບານຍິງ ອາຍຸນ້ອຍສຸດ ໄດ້ລົງຫລິ້ນໃນ ບານໂລກ ເພດຍິງ ເຊິ່ງເກີດຂຶ້ນໃນປີ 2023 ນີ້ ທີ່ປະເທດອົດສະຕຣາລີ ແລະ ນິວຊີແລນ (ນູແວນເຊລັງ) ເປັນເຈົ້າພາບຮ່ວມກັນ ດ້ວຍອາຍຸ 16 ປີ 26 ວັນ.

ເຄຊີ້ ແພຣ ໄດ້ລົງຫລິ້ນໃນຖານະຕົວສຳຮອງນາທີ 78′ ນັດທີ່ ທີມຊາດສາທາລະນະລັດເກົາຫລີ ເສຍໃຫ້ ທີມຊາດໂຄລົມເບຍ (ໂຄໂລມບີ) 0-2 ກຸ່ມ H ນັດທຳອິດ ວັນທີ 25 ກໍລະກົດນີ້, ນີ້ຄືການຮັບໃຊ້ທີມຊາດຊຸດໃຫຍ່ນັດທຳອິດຂອງ ເຄຊີ້ ແພຣ.

ກຸ່ມ H ຈົບນັດທຳອິດ ເຢຍລະມັນ ແລະ  ໂຄລົມເບຍ ມີ 3 ຄະແນນ, ສາທາລະນະລັດເກົາຫລີ ແລະ ໂມຣັອກໂຄ (ມາຣົກ) ຍັງບໍ່ມີຄະແນນ.

ນັດຕໍ່ໄປ ທີມຊາດສາທາລະນະລັດເກົາຫລີ ຈະພົບກັບ ໂມຣັອກໂຄ ວັນທີ 30 ກໍລະກົດນີ້, ສ່ວນ ເຢຍລະມັນ ແລະ ໂຄລົມເບຍ ໃນວັນດຽວກັນ.

Photo: FIFA

Leave a Reply

Your email address will not be published. Required fields are marked *