ແອັສຕັນ ວິນລ້າ ຈົກເງິນທຸບສະຖິຕິຂອງສະໂມສອນ ຊື້ນັກເຕະມາເສີມທັບແພງສຸດ

ແອັສຕັນ ວິນລ້າ ຈົກເງິນທຸບສະຖິຕິຂອງສະໂມສອນ ຊື້ນັກເຕະມາເສີມທັບແພງສຸດ 60 ລ້ານເອີໂຣ ຫລື ປະມານ 51,9 ລ້ານປອນ ນັ້ນກໍຄື: ມຸສຊ້າ ເດຍບີ້ ປີກທີມຊາດຝຣັ່ງ ເຊື້ອສາຍມາລີ ໄວ 24 ປີ ຈາກສະໂມສອນ ໄບເອີ ເລເວີຄູເຊັນ.

ຄ່າໂຕຂອງ ເດຍບີ້ ທຳລາຍສະຖິຕິຂອງ 🇦🇷 ເອມີເລຍໂນ້ ບູນເດຍ ດອງກາງຊາວອາເຈນຕິນ້າ (ອາກຊັງຕິນ) ທີ່ຊື້ມາຈາກ ນໍຣຣິກ ຊິຕີ້ 33 ລ້ານປອນ ໃນເດືອນມິຖຸນາ ປີ 2021. ເດຍບີ້ ເຕີບໂຕມາຈາກອາຄາເດມີ້ຂອງ ປາຣີ ແຊັງແມັງ ແລະ ຍ້າຍມາຢູ່ກັບ ໄບເອີ ເລເວີຄູເຊັນ ໃນປີ 2019 ຍິງ 49 ປະຕູ 48 ແອັສຊິດ ຈາກ 173 ນັດ.

ຕິດທີມຊາດຝຣັ່ງຊຸດໃຫຍ່ ປີ 2021 ຮັບໃຊ້ທີມ 10 ນັດ ຢູ່ໃນຊຸດແຊ້ມ ຢູຟ້າ ເນຊັ່ນລີກ 2021.

Photo: Aston Villa

Leave a Reply

Your email address will not be published. Required fields are marked *