U20 ປີ ທີມຊາດລາວ ຕົກຮອບຢ່າງເປັນທາງການ ພາຍຫລັງ U20 ປີ ທີມຊາດເຢເມັນ ເອົາຊະນະ ເກາະກວມ 10-1 ໃນວັນທີ 16 ກັນຍາຜ່ານມາ, ເຄິ່ງເວລາທີໜຶ່ງຍິງ 4 ປະຕູ, ເຄິ່ງຫລັງຍິງອີກ 6 ປະຕູ, ຂະນະທີ່ ທັບຊາມູໄຣ ທີມຊາດຍີ່ປຸ່ນ ເຕັງໜຶ່ງຂອງກຸ່ມນີ້ ຖະຫລົ່ມ ປາເລັສຕິນ ເຖິງ 8-0 ໃນນີ້ ຄັນຕະ ຊີບະ ສູນໜ້າຈາກສະໂມສອນ ຊິມິຊຸ ເອັສ-ເພົ້າສ໌ທີມໃນລີກສູງສຸດຂອງຍີ່ປຸ່ນ ຍິງແຮັດທຣິກສອງນັດຕິດຕໍ່ກັນ ຕໍ່ຈາກນັດຜ່ານມາທີ່ຖະຫລົ່ມເກາະກວມ 9-0 ຄັນຕະ ຊີບະ ຍິງດັບເບິ້ນແຮັດທຣິກ 6 ປະຕູ.
ຕາຕະລາງຄະແນນຂອງກຸ່ມນີ້ ໃນປະຈຸບັນ ຍີ່ປຸ່ນ ເປັນທີມນຳ ມີ 9 ຄະແນນເຕັມຈາກ 3 ນັດ, ຍິງໄດ້ 21 ປະຕູໂດຍບໍ່ມີເສຍປະຕູ ໂອກາດເຂົ້າຮອບສູງກວ່າທີມອື່ນໆໃນກຸ່ມດຽວກັນ, ສ່ວນ ເຢນເມັນ ຫຍັບຂຶ້ນມາຢູ່ທີສອງ ມີ 7 ຄະແນນຈາກ 3 ນັດ, ປາເລັສຕິນ ຕົກມາຢູ່ທີ 3 ມີ 4 ຄະແນນຈາກ 3 ນັດ, ສ່ວນ U20 ປີ ທີມຊາດລາວ ຕົກຮອບແນ່ນອນແລ້ວ ມີ 3 ຄະແນນຈາກ 3 ນັດ, ເກາະກວມ ກໍຕົກຮອບເຊັ່ນກັນ ແຂ່ງຄົບ 4 ນັດ ບໍ່ມີຄະແນນ.
ນັດສຸດທ້າຍຂອງກຸ່ມນີ້ U20 ປີ ທີມຊາດລາວ ຈະດວນກັບ ທີມຊາດປາເລັສຕິນ ໃນວັນທີ 18 ກັນຍານີ້ ເວລາ 19:00 ຖ່າຍທອດສົດທາງໂທລະພາບແຫ່ງຊາດລາວ ຊ່ອງ 3 ລວມທັງເຟດບຸກ ສະຫະພັນບານເຕະແຫ່ງຊາດ ແລະ ຢູທຸບ ສະຫະພັນບານເຕະແຫ່ງຊາດ, ຂໍໃຫ້ຄະນະຄູຝຶກ ແລະ ນັກກິລາທຸກຄົນ ສູ້ສຸດຂີດ ສຳຄັນຢ່າທໍ້ຖອຍ ເພື່ອຍາດແຍ່ງຜົນງານທີ່ດີໃນນັດສົ່ງທ້າຍ, ໃຊ້ໂອກາດນີ້ ໃນການພິສູດ ແລະ ພັດທະນາຕົນເອງໃຫ້ດີຂຶ້ນ ເພື່ອຕໍ່ຍອດສູ່ການຮັບໃຊ້ທີມຊາດຊຸດຕໍ່ໆໄປໃນອະນາຄົດ. ສ່ວນອີກໜຶ່ງຄູ່ ຍີ່ປຸ່ນ ພົບ ເຢເມັນ ແຂ່ງຂັນໃນມື້ດຽວກັນ ເປັນຄູ່ທຳອິດ ເວລາ 16:00 ແຂ່ງຂັນທີ່ສະໜາມກິລາແຫ່ງຊາດ ຫລັກ 16 ທັງສອງຄູ່. ຂໍເຊີນຊວນແຟນບານ ມາຮ່ວມຊົມ ຮ່ວມເຊຍ ແລະ ໃຫ້ກຳລັງທີມຊາດລາວນຮ່ວມກັນ ເພື່ອຍາດຊິງເອົາໄຊຊະນະມາໃຫ້ໄດ້.
Photo: LFF