ອາວ ຮີລານ ພ້ອມຈົກເງິນ 300 ລ້ານເອີໂຣ ເປັນສະຖິຕິໂລກ ເພື່ອຊື້ ເອັມບັບເປ້ ມາເສີມທັບ!

ຫລາຍສື່ຊັ້ນນຳໃນຕ່າງປະເທດ ສະເໜີຂ່າວວ່າ: ອາວ ຮີລານ ທີມມະຫາເສດຖີໃນລີກສູງສຸດຂອງຊາອຸດິອາຣາເບຍ ພ້ອມຈົກເງິນ 300 ລ້ານເອີໂຣ ເປັນສະຖິຕິໂລກ ເພື່ອຊື້ ຄີລຽນ ເອັມບັບເປ້ ສູນໜ້າທີມຊາດຝຣັ່ງຂອງສະໂມສອນ ປາຣີ ແຊັງແຊກແມັງ (PSG) ມາເສີມທັບ ແລະ ພ້ອມມອບຄ່າແຮງງານໃຫ້ເຖິງ 600-700 ລ້ານເອີໂຣຕໍ່ປີ.

ປັດຈຸບັນ ສູນໜ້າໄວ 24 ປີ ເຫລືອສັນຍາກັບ PSG ພຽງໜຶ່ງລະດູການ ແລະ ບໍ່ຕົກລົງຕໍ່ສັນຍາກັບຕົ້ນສັງກັດ ແລະ ເອັມບັບເປ້ ກໍບໍ່ມີລາຍຊື່ໃນການເດີນທາງໄປອຸ່ນເຄື່ອງ ປຣີຊີຊັ່ນ ຢູ່ຍີ່ປຸ່ນ ແລະ ສາທາລະນະລັດເກົາຫລີ, ລາຍງານເປີດເຜີຍອີກວ່າ: ເອັມບັບເປ້ ບໍ່ຕ້ອງການຍ້າຍໄປຫລິ້ນໃນຊາອຸດິອາຣາເບຍ ເຖິງວ່າສະໂມສອນຈະດອງຕົນເອງບໍ່ໃຫ້ລົງສະໜາມກໍ່ຕາມ, ຈະຍອມຢູ່ຈົນສິ້ນສຸດສັນຍາ ແລະ ຫາສັງກັດໃໝ່.

Photo: PSG – Paris Saint-Germain

Leave a Reply

Your email address will not be published. Required fields are marked *