ມາເຊວ ສະບິດເຊີ ຍ້າຍຮ່ວມທັບ ເສືອເຫລືອງ ດັອດມຸນ ເຊັນສັນຍາຮອດປີ 2027

ມາເຊວ ສະບິດເຊີ ກອງກາງທີມຊາດອັອສເຕຣຍ (ໂອຕຣິດ) ໄວ 29 ປີ ເລືອກຍ້າຍໄປຮ່ວມທັບ ເສືອເຫລືອງ ໂບຣຸສເຊຍ ດັອດມຸນ ເຊັນສັນຍາເຖິງວັນທີ 30 ມິຖຸນາ ປີ 2027.

ສະບິດເຊີ ຍ້າຍຈາກ ເສືອໃຕ້ ບາເຢິນ ມິວນິກ ຄູ່ແຂ່ງຮ່ວມລີກ ດ້ວຍຄ່າໂຕປະມານ 19 ລ້ານເອີໂຣ, ລະດູການຜ່ານມາ ຖືກປ່ອຍໃຫ້ ແມນຢູ ຍືມຕົວ ໃນເຄິ່ງລະດູການຫລັງ ລົງຫລິ້ນ 18 ນັດ ຍິງ 3 ປະຕູ ຊ່ວຍທັບປີສາດແດງ ໄດ້ແຊ້ມ ລີກຄັບ ແລະ ຮອງແຊ້ມ ເອັຟເອຄັບ, ສ່ວນຢູ່ກັບ ບາເຢິນ 2 ລະດູການ 2021-23 ລົງຫລິ້ນ 54 ນັດ ຍິງ 2 ປະຕູ ໄດ້ແຊ້ມ ບຸນເດັສລີກ້າ ແລະ ຊຸບເປີຄັບ ເຢຍລະມັນ ຢ່າງລະໜຶ່ງສະໄໝ.

Photo: Borussia Dortmund

Leave a Reply

Your email address will not be published. Required fields are marked *