U20 ປີ ທີມຊາດຍີ່ປຸ່ນ ໂອກາດເຂົ້າຮອບສົດໃສ! ພາຍຫລັງຖະຫລົ່ມ ປາເລັສຕິນ 8-0 ເຕະບານຊາຍ U20 ປີ ຊິງແຊ້ມອາຊີ 2023 ຮອບຄັດເລືອກ

ທັບຊາມູໄຣ ທີມຊາດຍີ່ປຸ່ນ ຮຸ່ນອາຍຸບໍ່ເກີນ 20 ປີ (U20) ໂອກາດເຂົ້າຮອບສຸດທ້າຍສົດໃສຂຶ້ນກວ່າເກົ່າ ພາຍຫລັງເອົາຊະນະ ທີມຊາດປາເລັສຕິນ ເຖິງ 8-0 ໃນວັນທີ 16 ກັນຍານີ້ ທີ່ສະໜາມກິລາແຫ່ງຊາດ ຫລັກ 16 ນັດນີ້ ຄັນຕະ ຊີບະ ສູນໜ້າຈາກສະໂມສອນ ຊິມິຊຸ ເອັສ-ເພົ້າສ໌ທີມໃນລີກສູງສຸດຂອງຍີ່ປຸ່ນ ຍິງແຮັດທຣິກສອງນັດຕິດຕໍ່ກັນ ຕໍ່ຈາກນັດຜ່ານມາທີ່ຖະຫລົ່ມເກາະກວມ 9-0 ຄັນຕະ ຊີບະ ຍິງດັບເບິ້ນແຮັດທຣິກ 6 ປະຕູ.

ໄຊຊະນະນັດນີ້ ເຮັດໃຫ້ ທັບຊາມູໄຣ ໂອກາດເຂົ້າຮອບສູງກວ່າທີມອື່ນໆໃນກຸ່ມດຽວກັນ ມີ 9 ຄະແນນເຕັມຈາກ 3 ນັດ, ຍິງໄດ້ 21 ປະຕູໂດຍບໍ່ມີເສຍປະຕູ, ນັດສຸດທ້າຍຂອງກຸ່ມ ຂໍພຽງສະເໝີກັບ ເຢເມັນ ໄດ້ອັນດັບທີໜຶ່ງຂອງກຸ່ມທັນທີ ແລະ ຄວ້າສິດໄປຮອບສຸດທ້າຍທີ່ປະເທດອຸສເບກິສຖານ ໃນເດືອນມີນາ ປີ 2023.

ເປົ້າໝາຍຂອງທີມຊາດຍີ່ປຸ່ນ ໃນການຄັດເລືອກຄັ້ງນີ້ ບໍ່ພຽງແຕ່ຫວັງເປັນທີໜຶ່ງຂອງກຸ່ມ ເມື່ອເຂົ້າຮອບສຸດທ້າຍ ຍັງຫວັງຕິດ 1 ໃນ 4 ຂອງທະວີບອາຊີ ໄປແຂ່ງຂັນ U20 ປີ ຊິງແຊ້ມໂລກ ໃນເດືອນພຶດສະພາ ຫາເດືອນມິຖຸນາ ປີ 2023 ທີ່ປະເທດອິນໂດເນເຊຍ ຈະເປັນເຈົ້າພາບ. ທັບຊາມູໄຣ ທີມຊາດຍີ່ປຸ່ນ ເຄີຍຜ່ານການຄັດເລືອກໄປແຂ່ງຂັນຮອບສຸດທ້າຍ ເຕະບານຊາຍ U20 ປີ ຊິງແຊ້ມອາຊີ ມາແລ້ວ 38 ຄັ້ງ ຫລາຍສຸດໃນທະວີບ ແລະ ເຄີຍເປັນແຊ້ມ 1 ສະໄໝ ປີ 2016 ແລະ ຮອງແຊ້ມ 6 ສະໄໝ, ໄດ້ອັນດັບສາມອີກ 6 ສະໄໝ, ຖ້າຄັ້ງນີ້ຜ່ານການຄັດເລືອກ ຈະເປັນຄັ້ງທີ 17 ຕິດຕໍ່ກັນ ທີ່ສາມາດຜ່ານສູ່ຮອບສຸດທ້າຍ.

ສຳລັບນັດສຸດທ້າຍຂອງ U20 ປີ ທີມຊາດຍີ່ປຸ່ນ ຈະພົບກັບ ທີມຊາດເຢເມັນ ໃນວັນທີ 18 ກັນຍານີ້ ເປັນຄູ່ທຳອິດ ເວລາ 16:00, ຄູ່ທີສອງ ທີມຊາດລາວ ພົບ ປາເລັສຕິນ ເວລາ 19:00 ໂທລະພາບແຫ່ງຊາດລາວ ຊ່ອງ 3 ຖ່າຍທອດສົດທາງທຸກນັດຂອງທີມຊາດລາວ ແລະ ຖ່າຍທອດສົດອອນລາຍທາງເຟດບຸກ ສະຫະພັນບານເຕະແຫ່ງຊາດ ແລະ ຢູທຸບ ສະຫະພັນບານເຕະແຫ່ງຊາດ, ທຸກຄູ່ແຂ່ງຂັນທີ່ສະໜາມກິລາແຫ່ງຊາດ ຫລັກ 16. ຂໍເຊີນຊວນແຟນບານ ມາຮ່ວມຊົມ ຮ່ວມເຊຍ ແລະ ໃຫ້ກຳລັງໃຈທຸກທີມທີ່ເຂົ້າຮ່ວມ ເພື່ອເປັນເຈົ້າພາບທີ່ດີຮ່ວມກັນ.

Photo: LFF, AFC Asian Cup, サッカー日本代表

Leave a Reply

Your email address will not be published. Required fields are marked *