ການແຂ່ງຂັນເຕະບານ ລາວລີກ 2 ແຂວງຈຳປາສັກ ປະຈຳປີ 2023 ຊິງຂັນທ່ານເຈົ້າແຂວງຈໍາປາສັກ ໄດ້ສຳເລັດໃນວັນທີ 22 ກໍລະກົດ 2023 ຜ່ານມາ ຜ່ານຫລັງດຳເນີນການແຂ່ງຂັນມາແຕ່ວັນທີ 8 ເມສາ, ໂດຍການແຂ່ງຂັນປີນີ້ ມີ 8 ທີມເຂົ້າຮ່ວມ ແຂ່ງຂັນແບບພົບກັນໝົດ ແບບໄປ-ກັບ ລວມ 14 ນັດ ຜ່ານການແຂ່ງຂັນ: ທີມທະຫານແຂວງຈຳປາສັກ ແຊ້ມເກົ່າ ແຂ່ງ 14 ນັດ ຊະນະ 9 ສະເໝີ 4 ເສຍ 1 ມີ 31 ຄະແນນເທົ່າກັນກັບ ສະໂມສອນ ລະບຽງພູ ເອັຟຊີ ທີ່ແຂ່ງ 14 ນັດ ຊະນະ 10 ສະເໝີ 1 ເສຍ 3 ແຕ່ສະຖິຕິການພົບກັນ 2 ນັດ ເປັນທະຫານແຂວງເຮັດໄດ້ດີກວ່າ ເອົາຊະນະ ລະບຽງພູ ທັງ 2 ນັດ (ຊະນະ 2-0 ແລະ 1-0) ສົ່ງຜົນໃຫ້ ທະຫານແຂວງຈຳປາສັກ ປ້ອງກັນແຊ້ມໄດ້ສຳເລັດ ຮັບຂັນແຊ້ມ ພ້ອມເງິນລາງວັນ 15.000.000 ກີບ, ສ່ວນ ລະບຽງພູ ເອັຟຊີ ໄດ້ອັນດັບ 2 ຮັບເງິນລາງວັນ 7.000.000 ກີບ.
ຂະນະທີ່ ອັນດັບທີ 3 ເປັນຂອງ ບາຈຽງ ເອັຟຊີ ແຂ່ງ 14 ນັດ ຊະນະ 8 ສະເໝີ 3 ເສຍ 3 ມີ 27 ຄະແນນເທົ່າກັບ ປກສ ແຂວງ, ແຕ່ສະຖິຕິການພົບກັນ 2 ນັດ ບາຈຽງ ດີກວ່າ ເອົາຊະນະ ປກສ ແຂວງ ທັງ 2 ນັດ (1-0 ແລະ 2-1) ບາຈຽງ ໄດ້ອັນດັບ 3 ຮັບເງິນ 5.000.000 ກີບ, ອັນດັບ 4 ປກສ ແຂວງ, ອັນດັບ 5 ສີອຳພອນ ມີ 16 ຄະແນນ, ທີ 6 ສີລາເພັດ ມີ 12 ຄະແນນ, ທີ 7 ຫົວແຊ ມີ 10 ຄະແນນ ແລະ ອັນດັບທີ 8 ນໍ້າດື່ມ ນາດາ ມີ 7 ຄະແນນ.
ສ່ວນ ລາງວັນຜູ້ຍິງປະຕູສູງສຸດເປັນຂອງ ສີຄູນ ແສງສະຫວ່າງ ຈາກທີມ ລະບຽງພູ ຍິງໄດ້ 13 ປະຕູ ຮັບເງິນລາງວັນ 1.000.000 ກີບ.