ຍິນດີນຳ! ໂຢນັສ ວິນເກກ໊າດ ປ້ອງກັນແຊ້ມ ລົດຖີບທາງໄກ ຕູເດີຟຣອງ 2023

ການແຂ່ງຂັນ ລົດຖີບທາງໄກ ຕູເດີຟຣອງ ປະຈຳປີ 2023 ໄດ້ສຳເລັດສະໜາມສຸດທ້າຍ ສະໜາມທີ 21 ໃນທ້າຍອາທິດຜ່ານມາ, ປະກົດວ່າ: ແຊ້ມເກົ່າ ໂຢນັສ ວິນເກກ໊າດ ຊາວເດັນມາກ ໄວ 26 ປີ ຈາກທີມ ຈຳໂບ້ ວິສມ້າ ສາມາດປ້ອງກັນແຊ້ມໄດ້ສຳເລັດ ເວລາລວມ 82 ຊົ່ວໂມງ 5′ ນາທີ 42″ ວິນາທີ ເອົາຊະນະ ອັນດັບສອງ ທາເດ່ ໂປກາຊ້າ ຊາວສະໂລເວນເນຍ (ສະໂລເວນີ້) ຈາກທີມ ຢູເອອີ ເອມີເຣດ 7′ ນາທີ 29″ ວິນາທີ.

ຜົນງານຂອງ ວິນເກກ໊າດ ໃນ ຕູເດີຟຣອງ ປີນີ້ ເຖິງວ່າໄດ້ແຊ້ມພຽງ 1 ສະໜາມ ແຕ່ປະຄອງຕົນເອງຈົນຈົບເວລາທີ່ດີກວ່າໝູ່ໃນ 21 ສະໜາມ ໂດຍຄອງເສື້ອເຫລືອງ ຜູ້ນຳເວລາລວມມາແຕ່ສະໜາມທີ 6 ຈົນສິ້ນສຸດການແຂ່ງຂັນ.

ສ່ວນນັກກິລາທີ່ເກັບຄະແນນໄດ້ຫລາຍສຸດ ຄອງເສື້ອຂຽວແມ່ນ ຢາສເປີ ຟີລິບເຊັນ ຊາວເບວຢ້ຽມ (ແບນຊິກ) ຈາກທີມ ອາວເປຊິນ ເດຊູນິກ, ລາງວັນຂຶ້ນພູດີເດັ່ນເປັນຂອງ ຈູລີໂອ ຊິກໂຄເນ້ ຊາວອີຕາລີ ຈາກທີມ ລີເດິນ ເຕັກ, ລາງວັນນັກກິລາໄວໜຸ່ມດີເດັ່ນແມ່ນ ທາເດ່ ໂປກາຊ້າ ຊາວສະໂລເວນເນຍ (ສະໂລເວນີ້) ຈາກທີມ ຢູເອອີ ເອມີເຣດ, ລາງວັນທີມດີເດັ່ນເປັນຂອງທີມ ຈຳໂບ້ ວິສມ້າ ແລະ ລາງວັນນັກສູ້ດີເດັ່ນເປັນຂອງ ວິກຕໍ ແຄມເປນ໊າດ ຊາວເບວຢ້ຽມ (ແບນຊິກ) ຈາກທີມ ລັອດໂຕ້ ດິສນີ້.

Photo: Le Tour de France

Leave a Reply

Your email address will not be published. Required fields are marked *