ຣາຊາຊຸດຂາວ ຣຽວ ມາດຣິດ ອຸ່ນເຄື່ອງນັດທຳອິດກ່ອນເລີ່ມລະດູການໃໝ່ທີ່ ລັອສ ແອັງເຈວລິສ ສະຫະລັດ ອາເມຣິກາ ແຊງຊະນະ ປີສາດແດງດຳ ເອຊີ ມິລານ 3-2 ຖືກນຳກ່ອນສອງປະຕູຈາກ ໂທໂມຣິ ນາທີ 25′ ແລະ ໂຣເມໂຣ້ ນາທີ 42′ ແຕ່ຍິງແຊງສາມປະຕູຈາກ ເຟເດຣິໂກ້ ບາວເບເດ້ ນາທີ 57′, 59′ ແລະ ໄດ້ປະຕູໄຊຈາກ ວີນີຊີອຸສ ຈູເນ່ຍ ນາທີ 84′.
ນັດຕໍ່ໄປ ມາດຣິດ ຈະອຸ່ນເຄື່ອງກັບ ວັນທີ 26 ກໍລະກົດນີ້ ທີ່ ຮຸສຕັ້ນ ສະຫະລັດ ອາເມຣິກາ, ສ່ວນ ມິລານ ຈະພົບກັບ ວັນທີ 27 ກໍລະກົດ 2023 ທີ່ ລັອສ ແອັງເຈວລິສ ສະຫະລັດ ອາເມຣິກາ.
Photo: Real Madrid C.F.