ແມນເຊັສເຕີ ຊິຕີ້ ທີມທີ່ພິຊິດ 3 ແຊ້ມລະດູການຜ່ານມາ, ອຸ່ນເຄື່ອງນັດທຳອິດກ່ອນເລີ່ມລະດູການໃໝ່ 2023-24 ລາຍການ J.League World Challenge 2023 ບຸກແຊງຊະນະ ໂຢໂກຮາມ້າ ເອັຟ ມາຣີນັອສ ແຊ້ມ ເຈລີກ ລີກສູງສຸດຂອງຍີ່ປຸ່ນ 5-3 ຖືກນຳກ່ອນ 2-0 ແຕ່ແຊງຊະນະແບບສຸດມັນ ໂດຍໄດ້ປະຕູຈາກ ເອີລິ້ງ ຮາແລນ ສອງໜ່ວຍ, ຈອນ ສະໂຕນ, ຢູລຽນ ອາວວາເຣັຊ ແລະ ໂຣດຣີ້ ຜູ້ລະປະຕູ.
ສຳລັບ ໂຢໂກຮາມ້າ ເອັຟ ມາຣີນັອສ ເປັນທີມຮຸ້ນສ່ວນຂອງ ກຸ່ມບໍລິສັດ ຊິຕີ້ ຟຸດບໍລ ກຣຸບ ທີ່ຖືຮຸ້ນ 20% ນັດຕໍ່ໄປ ຊິຕີ້ ຈະອຸ່ນເຄື່ອງກັບ ບາເຢິນ ມິວນິກ ວັນທີ 26 ກໍລະກົດນີ້ ທີ່ນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ.
Photo: Manchester City