ເດີ່ນເຕະບານຫຍ້າທຽມ-ຮ້ານອາຫານ ເບ ສະຫວັນ ໄດ້ເປີດບໍລິການຢ່າງເປັນທາງການ ວັນທີ 20 ກໍລະກົດ 2023 ໂດຍມີ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ, ທ່ານເຈົ້າເມືອງໄຊເສດຖາ, ເຈົ້າເມືອງສີສັດຕະນາກ, ປະທານສະຫະພັນບານເຕະນະຄອນຫລວງ, ພ້ອມດ້ວຍແຂກຖືກເຊີນ ໃຫ້ກຽດເຂົ້າຮ່ວມ.
ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານກຸ່ມບໍລິສັດ ເບ ສະຫວັນ ກຣຸບ ທັງເປັນປະທານສະຫະພັນບານເຕະຄົນພິການຕານະຄອນຫຼວງ ແລະ ແຫ່ງຊາດ ກ່າວວ່າ: ເດີ່ນກິລາແຫ່ງນີ້ ໄດ້ເລີ່ມກໍ່ສ້າງແຕ່ວັນທີ 6 ກໍລະກົດ 2022 ແລະ ສຳເລັດໃນການກໍ່ສ້າງວັນທີ 20 ກໍລະກົດ 2023 ຈຸດປະສົງການກໍ່ສ້າງ ຍ້ອນຕົນເອງ ແລະ ຄອບຄົວ ມີຈິດໃຈຮັກມັກໃນການສົ່ງເສີມສຸຂະພາບ ດ້ວຍການຫຼິ້ນກີລາ ຫ່າງໄກສິ່ງເສບຕິດ ແລະ ສ້າງໃຫ້ສຸຂະພາບແຂງແຮງ ທັງເປັນການປຸກລະດົມໃຫ້ອະນຸຊົນ ເຍົາວະຊົນ ແລະ ຊາວໜຸ່ມ ພະນັກງານ ທະຫານ ຕຳຫລວດ ລວມໄປເຖິງພໍ່ແມ່ພີ່ນ້ອງປະຊາຊົນ ໄດ້ມາອອກກຳລັງກາຍ, ພ້ອມກັນນີ້ ກໍເປັນການປະກອບສ່ວນສົ່ງເສີມສ້າງຊັບພະຍາກອນມະນຸດ ຜູ້ທີ່ມີພອນສະຫວັນດ້ານກີລາບານເຕະ ໃຫ້ເຕີບໃຫຍ່ຂະຫຍາຍຕົວເປັນວົງກວ້າງ, ຊຸກຍູ້ນັກກີລາປົກກະຕິ ແລະ ຄົນພິການ ໃຫ້ມີການເຄື່ອນໄຫວສະເໝີພາບ ດ້ວຍຮູບການເຝິກແອບ, ແຂ່ງຂັນໃນສະໂມສອນຂອງພວກເຮົາ ເພື່ອຄັດເລືອກເອົານັກກີລາ ຜູ້ດີເດັ່ນເຂົ້າຮ່ວມແຂ່ງຂັນໃນລະດັບຕ່າງໆເຊັ່ນ: ລະດັບຂັ້ນບ້ານ, ເມືອງ, ນະຄອນຫຼວງ, ລະດັບຊາດ ແລະ ຕໍ່ຍອດສູ່ການແຂ່ງຂັນລະດັບພາກພື້ນ ແລະ ສາກົນ.
ການເປີດເດີ່ນເຕະບານແຫ່ງນີ້ ຍັງເປັນການປະກອບສ່ວນສໍາຄັນໃນການສົ່ງເສີມໃຫ້ປະຊາຊົນໃນເຂດບ້ານຄຳສະຫວາດ ໄດ້ມີວຽກເຮັດງານທຳ ເປັນຕົ້ນແມ່ນຕຳແໜ່ງກຳມະການຕັດສິນ, ວຽກບໍລິການ ແລະ ອື່ນໆ ເພື່ອສ້າງລາຍຮັບ ແກ້ໄຂຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ດີຂຶ້ນ. ສຳລັບ ເຕະບານຫຍ້າທຽມ-ຮ້ານອາຫານ ເບ ສະຫວັນ ຕັ້ງຢູ່ບ້ານຄໍາສະຫວາດ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ.
Photo: Lao Sports Media