ແດນ້ຽວ ຣິກຊີອາໂດ້ ນັກຂັບລົດສູດໜຶ່ງ ຟໍຣມູລ້າວັນ ຊາວອົດສະຕຣາລີ ກັບຄືນສູ່ສັງວຽນ F1 ອີກຄັ້ງ ມາຢູ່ກັບທີມ Scuderia AlphaTauri-Honda ໂດຍເຂົ້າມາແທນ ນິກ ເດີຟຣີ ນັກຂັບຊາວເນເທີແລນ (ໂຮນລັງ) ທີ່ຟອມຕົກ 10 ສະໜາມ ຍັງບໍ່ມີຄະແນນ ຜົນງານດີສຸດຈົບອັນດັບທີ 12 ໂດຍ ຣິກຊີອາໂດ້ ໄວ 34 ປີ ຈະມາຊ່ວຍສັງກັດໃໝ່ ຈົນສິ້ນສຸດລະດູການນີ້.
ແດນ້ຽວ ຣິກຊີອາໂດ້ ມີປະສົບການສົມຄວນໃນວົງການລົດສູດໜຶ່ງ ເລີ່ມຕົ້ນໃນປີ 2011 ກັບທີມ HRT, ປີ 2012-2013 ຢູ່ກັບທີມ Scuderia Toro Rosso, 2014-15 ກັບທີມ Infiniti Red Bull Racing, ປີ 2016-17 ກັບທີມ Red Bull Racing, ປີ 2018 ຢູ່ກັບທີມ Aston Martin Red Bull Racing, 2019 ກັບທີມ Renault, 2020 ກັບທີມ Renault DP World F1 ແລະ ປີ 2021-22 ຢູ່ກັບທີມ McLaren. ລົງແຂ່ງ 232 ສະໜາມ ໄດ້ແຊ້ມ 8 ສະໜາມ, ຂຶ້ນໂພດ້ຽມ 1 ໃນ 3 ລວມ 32 ຄັ້ງ ເກັບໄດ້ 1311 ຄະແນນ.
ແດນ້ຽວ ຣິກຊີອາໂດ້ ຈະລົງແຂ່ງຂັນສະໜາມທຳອິດໃນທ້າຍອາທິດນີ້ ລາຍການ Hungarian Grand Prix ທີສະໜາມ Hungaroring ເມືອງ Mogyoród ປະເທດຮົງກາຣີ (ຮັງກາຣີ) ວັນທີ 21-23 ກໍລະກົດ 2023.
Photo: Scuderia AlphaTauri