ການແຂ່ງຂັນກິລາບານສົ່ງໃນຮົ່ມຍິງ ຊິງແຊ້ມໂລກ World Championship ຄັ້ງທີ 20 ໃນປີ 2025 ປະຈຸບັນນີ້ ມີ 4 ປະເທດຈາກອາຊຽນ ແລະ ເຂດປົກຄອງພິເສດ ຮົງກົງ ສະເໜີຊິງສິດເປັນເຈົ້າພາບ, ສຳລັບ 4 ຊາດຈາກອາຊຽນປະກອບມີ: ໄທ, ຫວຽດນາມ, ຟີລິບປິນ ແລະ ອິນໂດເນເຊຍ. ໂດຍທັງ 5 ພາກສ່ວນນີ້ ຈະຮ່ວມພົບປະສະເໜີຄວາມພ້ອມໃນການເປັນເຈົ້າພາບ ວັນທີ 20-24 ກໍລະກົດນີ້ ທີ່ປະເທດໂປແລນ (ໂປໂລຍ).
ທັງ 5 ພາກສ່ວນນີ້ ຍັງບໍ່ເຄີຍເປັນເຈົ້າພາບຈັດການແຂ່ງຂັນລາຍການນີ້ ຖ້າຊາດຈາກອາຊຽນໄດ້ສິດເປັນເຈົ້າພາບ ຈະເປັນຄັ້ງທຳອິດໃນພາກພື້ນອາຊຽນ ຈະໄດ້ເປັນເຈົ້າພາບ ບານສົ່ງໃນຮົ່ມຍິງ ຊິງແຊ້ມໂລກ World Championship.
ກ່ອນໜ້ານີ້ ສະຫະພັນບານສົ່ງນາໆຊາດ ຫລື FIVB ໄດ້ປະກາດວ່າ: ການແຂ່ງຂັນກິລາບານສົ່ງໃນຮົ່ມຍິງ ຊິງແຊ້ມໂລກ World Championship ປ່ຽນຈັດການແຂ່ງຂັນຈາກ 4 ປີມີເທື່ອໜຶ່ງ ເປັນ 2 ປີມີເທື່ອໜຶ່ງ ແລະ ການແຂ່ງຂັນ ປີ 2025 ຈະເປັນຄັ້ງທຳອິດທີ່ຮອບສຸດທ້າຍມີ 32 ທີມ, ຜ່ານມາສູງສຸດ 24 ທີມ.
ສຳລັບ ທີມທີ່ເປັນແຊ້ມ ບານສົ່ງໃນຮົ່ມຍິງ ຊິງແຊ້ມໂລກ World Championship ຫລາຍສຸດແມ່ນ ອາດີດສະຫະພາບໂຊວຽດ 5 ສະໄໝ, ມາເປັນ ຣັດເຊຍ ໄດ້ 2 ສະໄໝ, ຍີ່ປຸ່ນ ແລະ ຄິວບາ (ກູບາ) ໄດ້ 3 ສະໄໝ, ສປ ຈີນ ແລະ ເຊີເບຍ (ແຊັກບີ້) 2 ສະໄໝ, ສະຫະລັດ ອາເມຣິກາ ແລະ ອີຕາລີ ໄດ້ທີມລະ 1 ສະໄໝ.
Photo: FIVB