ແມັດ ໂດເຮີຕີ້ ແບັກຂວາທີມຊາດສາທາລະນະລັດ ໄອຣແລນ (ອຽກລັງ) ກັບຄືນສູ່ສັງກັດເກົ່າ ວູຟແຮມຕັນ ວັນເດີເຣີ ພາຍຫລັງໝົດສັນຍາກັບ ແອັດເລຕິໂກ້ ມາດຣິດ ຫລັງຈົບລະດູການຜ່ານມາ, ມາເຊັນສັນຍາ 3 ປີ ກັບວູຟ.
ໂດເຮີຕີ້ ເລີ່ມຕົ້ນອາຊີບກັບ ວູຟແຮມຕັນ ໃນປີ 2010 ແລະ ລາທີມໄປຢູ່ກັບ ສະເປີ ໃນປີ 2020 ລະດູການຜ່ານມາ ໄດ້ລົງຫລິ້ນພຽງ 16 ນັດ, ເຄິ່ງລະດູການຫລັງຖືກ ສະເປີ ປ່ອຍໃຫ້ ແອັດມາດຣິດ ແຕ່ຢູ່ກັບທັບກາໝີ ກໍໄດ້ລົງຫລິ້ນພຽງ 2 ນັດ.
ຜົນງານຜ່ານມາຂອງ ຕອນຢູ່ກັບວູຟເທື່ອທຳອິດ 2010–2020 ຊ່ວຍທີມໄດ້ແຊ້ມ ລີກອັນດັບສອງຂອງອັງກິດ ລະດູການ 2017–18 ແລະ ໄດ້ຫລິ້ນທຸກນັດໃນ ພຣີເມ່ຍລີກ ລະດູການ 2018-19 ພ້ອມກັນນີ້ ກໍຊ່ວຍທັບໝາປ່າ ເຂົ້າຮອບ 8 ທີມສຸດທ້າຍ ຢູໂຣປ້າລີກ ລະດູການ 2019-20.
Photo: Wolverhampton Wanderers FC