ເບີນລີ້ ນ້ອງໃໝ່ ພຣີເມ່ຍລີກ ໄດ້ຜູ້ຮັກສາປະຕູມືດີຈາກ ແມນຊິຕີ້

ເບີນລີ້ ນ້ອງໃໝ່ ພຣີເມ່ຍລີກ ລະດູການໃໝ່ 2023-24 ໄດ້ ເຈມສ໌ ແທັຟຟອດ ຜູ້ຮັກສາປະຕູທີມຊາດອັງກິດ U21 ປີ ຊຸດແຊ້ມເອີຣົບ 2023 ຈາກ ແມນເຊັສເຕີ ຊິຕີ້ ດ້ວຍຄ່າໂຕ 15 ລ້ານປອນ ແລະ ຈະເພີ່ມອີກ 4 ລ້ານປອນ ຖ້າຜົນງານດີຕາມຄາດໝາຍ, ແຕ່ ຊິຕີ້ ຂຽນເງື່ອນໄຂສາມາດຊື້ກັບໄດ້, ແທັຟຟອດ ໄວ 20 ປີ 4 ປີ ໃນຖິ່ນເທີບມົວ.

ຖ້າ ເຈມສ໌ ແທັຟຟອດ ຜົນງານດີຕາມຄາດໝາຍ ລາຄາເພີ່ມຂຶ້ນກາຍ 15 ລ້ານປອນ ຈະກາຍເປັນນັກເຕະທີ່ ເບີນລີ້ ຊື້ມາເສີມທັບແພງສຸດຂອງສະໂມສອນ ຈະທຳລາຍສະຖິຕິຂອງ ຄຣິສວູດ ແລະ ເບັນ ກິບສັນ ໃນປີ 2017 ແລະ 2018.

ເຈມສ໌ ແທັຟຟອດ ຜົນງານປະຈັກຕາ ໃນການແຂ່ງຂັນເຕະບານຊາຍ U21 ປີ ຊິງແຊ້ມເອີຣົບ 2023 ໂຊຊຸບເປີເຊັຟຫລາຍຈັງຫວະ ຊ່ວຍ U21 ສິງນ້ອຍ ທີມຊາດອັງກິດ ຄວ້າແຊ້ມມາຄອງເປັນສະໄໝທີ 3 ໃນຮອບ 39 ປີ ແລະ ເປັນແຊ້ມຢ່າງສະຫງ່າງາມ ດ້ວຍການສ້າງປະຫວັດສາດເປັນແຊ້ມແບບບໍ່ເສຍປະຕູມາແຕ່ຮອບແບ່ງກຸ່ມ.

Photo: Burnley FC, UEFA Under-21 Championship

Leave a Reply

Your email address will not be published. Required fields are marked *