ການແຂ່ງຂັນ ລົດຖີບທາງໄກ ຕູເດີຟຣອງ ສະໜາມທີ 18 ຂອງປີ 2023 ເສັ້ນທາງຈາກເມືອງ ມູເຢ່ ຫາເມືອງ ບູອ໋ອງເບັສ ປະເທດຝຣັ່ງ ເປັນເສັ້ນທາງລຽບ ໄລຍະທາງ 185 ກິໂລແມັດ.
🏁 ປະກົດວ່າ: ໄດ້ແຊ້ມໜ້າໃໝ່ອີກໜຶ່ງຄົນ ເປັນຄົນທີ 9 ໃນປີນີ້ຄື: ແຄັສເປີ ອັສກຣີນ ຊາວເດັນມາກ ໄວ 28 ປີ ຈາກທີມ ຊູດາວ ຄລິກສະເຕັບ ເວລາ 4 ຊົ່ວໂມງ 6′ ນາທີ 48″ ວິນາທີ ເອົາຊະນະ ປາສກາວ ເອັນຮູນ ຊາວເນເທີແລນ (ໂຮນລັງ) ຈາກທີມ ລັອດໂຕ້ ດິສນີ້ ພຽງວິນາທີ.
ຜ່ານການແຂ່ງຂັນ 18 ສະໜາມ ຜູ້ນຳເວລາລວມ ຄອງເສື້ອເຫລືອງ ຍັງຄົງແມ່ນ ແຊ້ມເກົ່າ ໂຢນັສ ວິນເກກ໊າດ ຊາວເດັນມາກ ຈາກທີມ ຈຳໂບ້ ວິສມ້າ ເວລາລວມ 72 ຊົ່ວໂມງ 4′ ນາທີ 39″ ວິນາທີ, ນຳອັນດັບສອງ 🇸🇮 ທາເດ່ ໂປກາຊ້າ 7′ ນາທີ 35″ ວິນາທີ.
ສະໜາມຕໍ່ໄປ ສະໜາມທີ 19 ຈະແຂ່ງຂັນໃນວັນທີ 21 ກໍລະກົດນີ້ ເສັ້ນທາງຈາກເມືອງ ມໍຣ໋ອງ ອ໋ອງ ມ໋ອງຕາເຢ່ ຫາເມືອງ ໂປລີຫງີ້ ປະເທດຝຣັ່ງ ເປັນເສັ້ນທາງພູສູງລະດັບປານກາງ ໄລຍະທາງ 173 ກິໂລແມັດ.
Photo: Le Tour de France