ເກີດສະຖິຕິໃໝ່ ໃນການແຂ່ງຂັນເຕະບານຍິງ ຊິງແຊ້ມໂລກ 2023 (FIFA Women’s World Cup) ທີ່ອົດສະຕຣາລີ ແລະ ນິວຊີແລນ (ນູແວນເຊລັງ) ເປັນເຈົ້າພາບຮ່ວມກັນ. ມີແຟນບານເຂົ້າຊົມການແຂ່ງຂັນມື້ທຳອິດຫລາຍສຸດ 117,921 ຄົນ ໃນສອງນັດທຳອິດ. ກຸ່ມ A ນິວຊີແລນ (ນູແວນເຊລັງ) ເຈົ້າພາບຮ່ວມ ເອົາຊະນະ ນໍຣເວ (ນອກແວ) ແຊ້ມ 1 ສະໄໝ 1-0 ມີຜູ້ຊົມຢູ່ສະໜາມ Eden Park, ເມືອງ Auckland 42,137 ຄົນ.
ກຸ່ມ B ອົດສະຕຣາລີ ເຈົ້າພາບຮ່ວມ ຊະນະ ສາທາລະນະລັດ ໄອຣແລນ (ອຽກລັງ) ນ້ອງໃໝ່ 1-0 ມີຜູ້ຊົມຢູ່ສະໜາມ Australia, ນະຄອນ Sydney 75,784 ຄົນ. ການແຂ່ງຂັນ ເຕະບານຍິງ ຊິງແຊ້ມໂລກ 2023 ແຂ່ງຂັນວັນທີ 20 ກໍລະກົດ – 20 ສິງຫາ 2023.
Photo: FIFA Women’s World Cup