ໂຣເຈີ ເຟດເດີເຣີ ອະດີດນັກເທັນນິສ ມື 1 ຂອງໂລກ ຊາວສະວິດເຊີແລນ ປະກາດຈະອຳລາອາຊີບ ຫລັງຈົບລາຍການ Laver Cup ໃນລະຫວ່າງວັນທີ 23-25 ກັນຍານີ້ ທີ່ສະໜາມໂອທູ ອາຣີນ້າ ໃນນະຄອນຫລວງລອນດອນ ປະເທດອັງກິດ. ເຟດເດີເຣີ ປະສົບກັບບັນຫາອາການເຈັບຫົວເຂົ່າຊໍ້າເຮື້ອມາຫລາຍກວ່າ 3 ປີ ແຕ່ດ້ວຍຄວາມມັກຮັກ ແລະ ຕ້ອງການລົງຫລິ້ນຕໍ່ໄປ ຈຶ່ງສູ້ປິ່ນປົວ ຮັກສາສະມັດຕະພາບຮ່າງກາຍຕົນເອງຕະຫລອດມາ, ຢ່າງໃດກໍຕາມ ເຟດເດີເຣີ ບໍ່ສາມາດຝືນສັງຂານຕົນເອງໄດ້ ຈຶ່ງຕັດສິນໃຈຈະອຳລາອາຊີບຫລັງຈົບລາຍການ Laver Cup 2022.
ໂຣເຈີ ເຟດເດີເຣີ ໄວ 41 ປີ ຍຶດອາຊີບນັກກເທັນນິສມາຫລາຍກວ່າ 24 ປີ ລົງຫລິ້ນຫລາຍກວ່າ 1,500 ນັດ, ເຂົ້າຊິງແກຣນສະແລມ 31 ຄັ້ງ ສາມາດຄວ້າແຊ້ມໄດ້ 20 ສະໄໝ ໃນນີ້ ອັອສເຕຣລ້ຽນ ໂອເພັນ 6 ສະໄໝ, ເຟັນ ໂອເພັນ 1 ສະໄໝ, ວິມເບີດັນ 8 ສະໄໝ ແລະ ຢູເອັສ ໂອເພັນ 5 ສະໄໝ, ເປັນຮອງພຽງ ຣາຟາເອວ ນາດາວ ທີ່ໄດ້ແຊ້ມແກຣນສະແລມສູງສຸດ 22 ສະໄໝ ແລະ ໂນວັກ ໂຢໂຄວິກ 21 ສະໄໝ. ພ້ອມກັນນີ້ ກໍໄດ້ແຊ້ມ Tour Finals 6 ສະໄໝ, ມາສເຕີ 1000: 28 ສະໄໝ ແລະ ແຊ້ມລະດັບ ATP ລາຍການອື່ນໆ ລວມ 103 ລາຍການ, ນອກຈາກນີ້ ເຟດເດີເຣີ ຍັງໄດ້ແຊ້ມທີມຊາຍຊິງແຊ້ມໂລກ ເດວິສ ຄັບ 1 ສະໄໝ, ແຊ້ມປະເພດທີມປະສົມຍິງຊາຍຊິງແຊ້ມໂລກ 3 ສະໄໝ, ສະຖິຕິລວມຂອງ ເຟດເດີເຣີ ຊະນະ 1251 ຄັ້ງ, ເສຍ 275 ຄັ້ງ ສະເລ່ຍໂອກາດຊະນະຕໍ່ນັດ 82%, ຄອງບັນລັງມື 1 ຂອງໂລກ 310 ອາທິດ ແລະ ສະສົມເງິນລາງວັນ 130 ກວ່າລ້ານໂດລາສະຫະລັດ.
ສຳລັບ ລາຍການ Laver Cup 2022 ເຟດເດີເຣີ ເປັນ 1 ໃນ 6 ນັກກິລາທີ່ເປັນຕົວແທນທະວີບເອີຣົບ ແຊ້ມເກົ່າ 4 ສະໄໝຊ້ອນ ຕໍ່ຈາກ ແຄັສເປີ ຣຸດ ຈາກນໍຣເວ (ນອກແວ), ຣາຟາເອວ ນາດາວ ຈາກສະເປນ (ແອັສປາຍ), ສະເຕຟານັອສ ຊິດຊີປັສ ຈາກເກຣັກ (ກຣິຊ), ໂນວັກ ໂຢໂຄວິກ ຈາກເຊີເບຍ (ແຊັກບີ້) ແລະ ແອນດີ້ ເບີເຣ່ ຈາກສະຫະຣາຊອານາຈັກ.
ສ່ວນທີມລວມນາໆຊາດ 6 ນັກກິລາປະກອບມີ: ເທເລີ ຟຣິດ ຈາກອາເມຣິກາ, ຟີລິບ ອໍແກ ອາເລຍຊິມ ຈາກການາດ້າ, ເດໂກ້ ສະວັອດແມ້ນ ຈາກອາເຈນຕິນ້າ (ອາກຊັງຕິນ), ຟານເຊັສ ເທຍໂຟ້ ຈາກອາເມຣິກາ, ອາເລັກ ເດີ ມີໂນ ຈາກອົດສະຕຣາລີ ແລະ ແຈັກຊັອກ ຈາກອາເມຣິກາ.
Photo: Laver Cup