ການເຕະບານຍິງ ຊິງແຊ້ມໂລກ 2023 ທີ່ປະເທດອົດສະຕຣາລີ ແລະ ນິວຊີແລນ (ນູແວນເຊລັງ) ຮ່ວມກັນເປັນເຈົ້າພາບ ເລີ່ມແຂ່ງຂັນວັນທີ 20 ກໍລະກົດຜ່ານມາ, ຄູ່ເປີດສະໜາມ ກຸ່ມ A ນິວຊີແລນ (ນູແວນເຊລັງ) ເຈົ້າພາບຮ່ວມ ເອົາຊະນະ ນໍຣເວ (ນອກແວ) ອາດີດແຊ້ມ 1 ສະໄໝ 1-0 ຈາກປະຕູໄຊຂອງ ຮັນນາ ວິວຄິນສັນ ນາທີ 48′.
ນີ້ຄືໄຊຊະນະນັດທຳອິດໃນບານໂລກຮອບສຸດທ້າຍຂອງທີມຍິງ ນິວຊີແລນ!, ນັດຕໍ່ໄປ ນູແວນເຊລັງ ຈະພົບກັບ ຟີລິບປິນ ນ້ອງໃໝ່ ແລະ ນອກແວ ຈະພົບກັບ ສະວິດເຊີແລນ ວັນທີ 25 ກໍລະກົດນີ້.
Photo: FIFA Women’s World Cup