ເຈົ້າພາບ ໂປແລນ ເບີ 1 ຂອງໂລກ ຊະນະ ເບຣຊິນ ເຂົ້າຮອບ 4 ທີມສຸດທ້າຍ ເນຊັ່ນລີກ 4 ຄັ້ງຕິດຕໍ່ກັນ!

ການແຂ່ງຂັນບານສົ່ງໃນຮົ່ມຊາຍ ເນຊັ່ນລີກ 2023 ຮອບ 8 ທີມສຸດທ້າຍ ຄູ່ສຸດທ້າຍ ເຈົ້າພາບ ໂປແລນ (ໂປໂລຍ) ເບີ 1 ຂອງໂລກ ເອົາຊະນະ ເບຣຊິນ ອັນດັບ 4 ຂອງໂລກ 3-0 ເຊັດ: 26-24, 25-18, 25-20 ເຂົ້າຮອບ 4 ທີມສຸດທ້າຍ ເນຊັ່ນລີກ 4 ຄັ້ງຕິດຕໍ່ກັນ!

ໂປແລນ ໄປພົບກັບ ທີມຊາດຍີ່ປຸ່ນ ໜຶ່ງດຽວຈາກອາຊີ ທີ່ເຂົ້າມາເຖິງຮອບສຸດທ້າຍ ໂດຍທັບຊາມູໄຣ ເອົາຊະນະ ສະໂລເວເນຍ (ສະໂລເວນີ້) 3-0 ເຊັດ: 26-24, 25–21, 25-20 ເຂົ້າຮອບ 4 ທີມສຸດທ້າຍເປັນຄັ້ງທຳອິດ.

ຮອບ 4 ທີມສຸດທ້າຍ ຈະແຂ່ງຂັນຄືນວັນທີ 22 ກໍລະກົດ 2023 ຄູ່ທຳອິດ: ຍີ່ປຸ່ນ ພົບ ໂປແລນ ເຈົ້າພາບ ເວລາ 22:00. ຄູ່ທີສອງ: ສະຫະລັດ ອາເມຣິກາ ພົບ ອີຕາລີ ເວລາ 1:00

Photo: Volleyball World

Leave a Reply

Your email address will not be published. Required fields are marked *