ກວາດາໂດ້ ໂບກມືລາ ຢູເວັນຕຸສ ໄປຮ່ວມທັບ ອິນເຕີ ມິລານ!

ຮວນ ກວາດາໂດ້ ວິງແບັກຈອມບຸກທີມຊາດໂຄລົມເບຍ (ໂຄໂລມບີ) ໄວ 35 ປີ ບໍ່ຕໍ່ສັນຍາກັບ ມ້າລາຍ ຢູເວັນຕຸສ ຫລັງໝົດສັນຍາໃນລະດູການຜ່ານມາ ເລືອກໄປຮ່ວມທັບງູໃຫຍ່ ອິນເຕີ ມິລານ ຄູ່ແຂ່ງຮ່ວມລີກ ເຊັນສັນຍາ 1 ປີ.

ກວາດາໂດ້ ໄດ້ 11 ແຊ້ມ ຢູ່ກັບ ຢູເວ່ 8 ປີຄື: ເຊຣີອາ 5 ສະໄໝ, ໂຄປ້າ ອີຕາເລຍ 4 ສະໄໝ, ຊຸບເປີຄັບ ອີຕາລີ 2 ສະໄໝ ແລະ ໄດ້ຮອງແຊ້ມ ຢູຟ້າ ແຊ້ມປ້ຽນລີກ 1 ຄັ້ງ, ຮັບໃຊ້ ຢູເວ່ 314 ນັດ, ຍິງ 26 ປະຕູ ແລະ 65 ແອັສຊິດ.

Photo: Inter

Leave a Reply

Your email address will not be published. Required fields are marked *