ອັບເດດການຈັດອັນດັບໂລກ ນັກເທັນນິສ ຍິງ-ຊາຍ ຫລ້າສຸດ! ຫລັງຈົບແກຣນສະແລມ ວິມເບີດັນ 2023

ການຈັດອັນດັບໂລກ ນັກເທັນນິສ ຍິງ-ຊາຍ ຫລ້າສຸດໃນອາທິດນີ້ ພາຍຫລັງຈົບລາຍການໃຫຍ່ ແກຣນສະແລມ ວິມເບີດັນ 2023 ທີ່ນະຄອນຫລວງລອນດອນ, ປະເທດອັງກິດ, ປະເພດຊາຍດ່ຽວ ອັນດັບ 1-13 ຂອງໂລກຍັງຄົງທີ່, ຄາຣລັອສ ອາວຄາຣັຊ ນັກເທັນນິສດາວເດັ່ນຊາວແອັສປາຍ ໄວ 20 ປີ ທີ່ຜົນງານເດັ່ນຄວ້າແຊ້ມ ວິມເບີດັນ ຄັ້ງທຳອິດ ຍັງຮັກສາບັນລັງມື ຂອງໂລກຕໍ່ໄປ ມີ 9,675 ຄະແນນ. ສ່ວນ ໂນວັກ ໂຢໂຄວິກ ຈາກແຊັກບີ້ ຮອງແຊ້ມ ວິມເບີດັນ 2023 ຍັງຢູ່ອັນດັບ 2 ຂອງໂລກ ມີ 8,795 ຄະແນນ.

ທີ 3 ຂອງໂລກແມ່ນ ດານິວ ແມັດເວເດັຟ ຈາກຣັດເຊຍ ມີ 6,520 ຄະແນນ, ທີ 4 ແຄັສເປີ ຣຸດ ຈາກນອກແວ ມີ 5,005 ຄະແນນ, ທີ 5 ສະເຕຟານັອສ ຊິດຊີປັສ ຈາກເກຣັກ ມີ 4,850 ຄະແນນ.

ອັນດັບ 6 ໂຮເກີ ຣຸເນີ ຈາກດານມາກ, ທີ 7 ອັງເດຣ ຣູເບັຟ ຈາກຣັດເຊຍ, ທີ 8 ຢານນິກ ຊິນເນີ ຈາກອີຕາລີ, ທີ 9 ເທເລີ ຟຣິດ ຈາກອາເມຣິກາ ແລະ ທີ 10 ຟຣານເຊັສ ເທຍໂຟ ຈາກອາເມຣິກາ. ທັອບ 50 ຂອງໂລກ ທີ່ອັນດັບໂລກຫຍັບຂຶ້ນສູງແມ່ນ ໂຣມັນ ຊາຟີອູລິນ ຈາກຣັດເຊຍ ຫຍັບຂຶ້ນ 49 ອັນດັບ ມາຢູ່ທີ 43 ຂອງໂລກ ພາຍຫລັງເຂົ້າເຖິງຮອບ 8 ຄົນສຸດທ້າຍ ແກຣນສະແລມ ວິມເບີດັນ 2023.

ປະເພດຍິງດ່ຽວ: ທີ 1-7 ຂອງໂລກຍັງຄົງທີ່, ທີ 1 ອີກ້າ ສະເວຍເຕັກ ດາວເດັ່ນຊາວໂປແລນ (ໂປໂລຍ) ມີ 9,315 ຄະແນນ, ທີ 2 ອາຣີນ້າ ຊາບາເຣັນກ້າ ຈາກເບລາຣຸສ ມີ 8,845 ຄະແນນ, ທີ 3 ເອເລນ້າ ຣີບາກີນ້າ ຈາກຄາຊັກສະຖານ ມີ 5,465 ຄະແນນ, ທີ 4 ເຈັສຊີກ້າ ເປກູລ້າ ຈາກອາເມຣິກາ ມີ 5,395 ຄະແນນ, ທີ 5 ຄາໂຣລາຍ ກາເຊຍ ຈາກຝຣັ່ງ ມີ 4,865 ຄະແນນ.

ທີ 6 ຂອງໂລກ ອອນ ຈາເບີ ຈາກຕູນີຊີ້, ທີ 7 ໂກໂກ້ ກັອຟ ຈາກອາເມຣິກາ, ທີ 8 ເປຕ້າ ຄີໂຕວ້າ ຈາກສາທາລະນະລັດເຊັກ ຫຍັບຂຶ້ນໜຶ່ງອັນດັບ, ທີ 9 ມາເຣຍ ຊັກກາຣີ້ ຈາກເກຣັກ ຕົກໜຶ່ງອັນດັບ, ທີ 10 ມາເກຕ້າ ວອນດຣູໂຊວ້າ ຈາກສາທາລະນະລັດເຊັກ ແກຣນສະແລມ ວິມເບີດັນ 2023 ເປັນແຊ້ມແກຣນສະແລມລາຍການທຳອິດໃນອາຊີບ ຫຍັບຂຶ້ນ 32 ອັນດັບ ເປັນອັນດັບດີສຸດຂອງນັກເທັນນິສ ໄວ 24 ປີ.

Leave a Reply

Your email address will not be published. Required fields are marked *