ໂຣເມອູ ນັກເຕະສາລະພັດປະໂຫຍດ ກັບຄືນສູ່ ບາຣເຊໂລນ້າ ອີກຄັ້ງໃນຮອບ 12 ປີ!

ໂອຣີໂອນ ໂຣເມອູ ນັກເຕະສາລະພັດປະໂຫຍດ ຊາວສະເປນ (ແອັສປາຍ) ກັບຄືນສູ່ ບາຣເຊໂລນ້າ ອີກຄັ້ງໃນຮອບ 12 ປີ!  ໂຣເມອູ ໄວ 31 ປີ ເປັນເດັກປັ້ນຂອງ ບາຣຊ້າ ແລະ ຂຶ້ນທີມຊຸດໃຫຍ່ ລະດູການ 2010-11 ແຕ່ບໍ່ໄດ້ຮັບໂອກາດເທົ່າທີ່ຄວນ ຈື່ງຍ້າຍໄປ ເຊວຊີ, ຈາກນັ້ນ ຖືກປ່ອຍໃຫ້ ບາເລັນເຊຍ ແລະ ສະຕຸດກ໊າດ ຍືມຕົວ ກ່ອນຍ້າຍໄປຢູ່ກັບ ເຊົາແທ່ມຕັນ ແລະ ຄິໂຣນ້າ.

ໂຣເມອູ ຫລີ້ນໄດ້ທັງກອງຫລັງ ແລະ ກອງໜ້າ ລະດູການຜ່ານມາ ກັບສະໂມສອນ ຄິໂຣນ້າ ລົງຫລິ້ນ 34 ນັດ ຍິງ 2 ປະຕູ.

Photo: FC Barcelona

Leave a Reply

Your email address will not be published. Required fields are marked *